ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ຕ້ານໂລກລະບາດ Covid 19

      ພວກເຮົາບໍ່ຕ້ອງປະໝາດ ແລະ ລະເຫຼີງຕໍ່ວຽກງານ, ບໍ່່ປະໃຫ້ຄວາມຢ້ານກົວສົ່ງຜົນສະທ້ອນຕໍ່ຈິດຕະຂອງປະຊາຊົນ...

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: TTXVN)
      ຕອນບ່າຍວັນທີ 2 ມີນາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ຕ້ານໂລກລະບາດ  Covid 19 ເພື່ອຮັບຟັງການລາຍງານສະພາບການ ໂລກລະບາດ  Covid 19 ແລະ ປຶກສາຫາລືບັນດາມາດຕະການສະກັດກັ້ນ ແລະ ຕ້ານໂລກລະບາດດັ່ງກ່າວ. ກ່າວຄໍາເຫັນທີ່ການເຮັດວຽກ,  ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີວ່າ:
        ພວກເຮົາບໍ່ຕ້ອງປະໝາດ ແລະ ລະເຫຼີງຕໍ່ວຽກງານ, ບໍ່່ປະໃຫ້ຄວາມຢ້ານກົວສົ່ງຜົນສະທ້ອນຕໍ່ຈິດຕະຂອງປະຊາຊົນ, ທ່າທີ່ຂອງພວກເຮົາແມ່ນບໍ່ຕ້ອງລັ່ງເລໃຈ, ບໍ່ຄວນພໍໃຈຕໍ່ຜົນທີ່ພວກເຮົາບັນລຸໄດ້ ແລະ ຕ້ອງເຮັດຢ່່າງຂ້ຽວຂາດ; ບໍ່ຈໍາແນກການປະພຶດ, ແຕ່ຕ້ອງຈໍາກັດທຸກໆຄົນໄປຜ່ານເຂດເກີດໂລກລະບາດໃນລະດັບສູງສຸດ. ພວກເຮົາຕ້ອງມີມາດຕະການ ເພື່ອແຍກຕົວຜູ້ສົງໄສຕິດໂລກພະຍາດຢ່າງແຂງແຮງກວ່າເກົ່າ ເພື່ອປົກປັກຮັກສາສຸຂະພາບ ແລະ ຊີວິດຂອງປະຊາຊົນ”.
 (ແຫຼ່ງຄັດຈາກ VOV)
 


top