ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີໄຂງານວາງສະແດງຜົນງານ 10 ປີແຫ່ງການກໍ່ສ້າງຊົນນະບົດໃໝ່

      ຕອນບ່າຍວັນທີ 18 ຕຸລາ, ຢູ່ແຂວງນາມດິ້ງ, ຄະນະຊີ້ນຳສູນກາງບັນດາໂຄງການເປົ້າໝາຍແຫ່ງຊາດ ໄດ້ຈັດພິທີໄຂງານວາງສະແດງຜົນງານ 10 ປີແຫ່ງການກໍ່ສ້າງຊົນນະບົດໃໝ່. ນີ້ແມ່ນການເຄື່ອນໄຫວນອນໃນບັນດາເຫດການຂອງກອງປະຊຸມທົ່ວປະເທດສະຫລຸບ 10 ປີແຫ່ງໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ ໄລຍະ 2010-2020.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ
ແລະ ບັນດາຜູ້ແທນຢ້ຽມຢາມ ຮ້ານວາງສະແດງ
(ພາບ: TTXVN)
      ທ່ານ ຫງວຽນຊວັນຟຸກ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີຫວຽດນາມ, ທ່ານ ຫວໍ້ວັນເຖືອງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນະສຶກສາສູນກາງ ພ້ອມດ້ວຍການນຳລັດ, ລັດຖະບານ, ການນຳບັນດາກະຊວງຂະແໜງການ, ທ້ອງຖິ່ນ ໄດ້ເຂົ້າຮ່ວມ ແລະ ຕັດແຖບຜ້າໄຂງານວາງສະແດງ.
  ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນຊັວນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ: ໂດຍໄດ້ປະຕິບັດມະຕິກອງປະຊຸມຄັ້ງທີ 7, ຄະນະບໍລິຫານງານສູນກາງພັກຊຸດທີ 10 ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ, ໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ ໄລຍະ 2010-2020 ບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ, ທົ່ວປະເທດມີ 50% ຈຳນວນຕາແສງທີ່ບັນລຸມາດຖານຊົນນະບົດໃໝ່. ໝາກຜົນອັນຕັ້ງໜ້າດັ່ງກ່າວ ໄດ້ສ້າງໂສມໜ້າໃໝ່ໃຫ້ແກ່ເຂດຊົນນະບົດໃນທົ່ວປະເທດ, ພື້ນຖານໂຄງລ່າງໂຫ່ຍໂຕໂອໂຖງ ແລະ ສວຍງາມ, ຊີວິດດ້ານວັດທະນະທຳ, ສັງຄົມອຸດົມສົມບູນ, ການຜະລິດກະສິກຳນັບມື້ນັບພັດທະນາ, ຊົນນະບົດນັບມື້ນັບທັນສະໄໝກ່ວາ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດສັງຄົມລວມຂອງປະເທດຊາດ.
    ງານວາງສະແດງຜົນງານແຫ່ງການກໍ່ສ້າງຊົນນະບົດໃໝ່ໄດ້ຈັດວາງຢູ່ 2 ເຂດ: ເຂດວາງສະແດງ ແລະ ຂໍ້ມູນຂ່າວກ່ຽວກັບຜົນງານແຫ່ງການກໍ່ສ້າງຊົນນະບົດໃໝ່; ເຂດວາງສະແດງ, ແນະນຳຜະລິດຕະພັນທີ່ດີເດັ່ນໃນໂຄງການ 1 ຕາແສງ 1 ຜະລິດຕະພັນ ຂອງ 63 ແຂວງນະຄອນ ແລະ ຂອງວິສາຫະກິດຈຳນວນໜຶ່ງ ລວມມີຮ້ານວາງສະແດງທັງໝົດ 80 ຮ້ານ.
 (ແຫຼ່ງຄັດຈາກ VOV)


top