ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອໂຮງຮຽນນັກຮຽນພາກໃຕ້ຢູ່ດິນແດນພາກເໜືອ

      ຕອນເຊົ້າວັນທີ 08 ທັນວາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອໂຮງຮຽນນັກຮຽນພາກໃຕ້ຢູ່ດິນແດນພາກເໜືອ ແລະ 50 ປີແຫ່ງວັນນັກຮຽນພາກໃຕ້ລຸ້ນຕ່າງໆປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອໂຮງຮຽນນັກຮຽນພາກໃຕ້
ຢູ່ດິນແດນພາກເໜືອ (ພາບ: VGP)
              ຮູບແບບໂຮງຮຽນນັກຮຽນພາກໃຕ້ຢູ່ດິນແດນພາກເໜືອຄົງຕົວນັບແຕ່ປີ 1954 – 1975 ທີ່ສະຫງວນໃຫ້ບັນດານ້ອງນ້ອຍພາກໃຕ້ອາຍຸແຕ່ 4 – 17 ປີ, ເປັນລູກຫຼານຂອງພະນັກງງານ, ທະຫານ, ບັນດາຄອບຄົວນະໂຍບາຍຢູ່ບັນດາທ້ອງຖິ່ນພາກໃຕ້ສົ່ງໄປຮ່ຳຮຽນຢູ່ພາກເໜືອ ເພື່ອກະກຽມໃຫ້ແກ່ພາລະກິດການປະຕິວັດພາກໃຕ້ ແລະ ສ້າງສາປະເທດໃນວັນນີ້.
        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ: ເລື່ອງສ້າງຕັ້ງລະບົບບັນດາໂຮງຮຽນນັກຮຽນພາກໃຕ້ຢູ່ດິນແດນພາກເໜືອ ແມ່ນແຜນນະໂຍບາຍໃຫຍ່ ທີ່ມີຄວາມໝາຍສຳຄັນຍິ່ງ, ບໍ່ພຽງແຕ່ສະແດງໃຫ້ເຫັນວິໄສທັດອັນສະຫລາດສ່ອງໄສ, ເລິກເຊິ່ງກ້ວາງຂວາງເທົ່ານັ້ນ ຫາກຍັງເວົ້າເຖິງນ້ຳໃຈອັນສູງສົ່ງຂອງປະທານ ໂຮ່ຈີມິນ, ຂອງພັກ, ຂອງລັດ, ຂອງຂະແໜງການສຶກສາສຳລັບລູກຫຼານພະນັກງານພໍ່ແມ່ປະຊາຊົນພາກໃຕ້ອີກດ້ວຍ.
 (ແຫຼ່ງຄັດຈາກ VOV)


top