ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີລົງມືກໍ່ສ້າງບາງກິດຈະກຳຄົມມະນາຄົມຈຸດສຸມຢູ່ນະຄອນ ຫາຍຟ່ອງ

 ຕອນເຊົ້າວັນທີ 03 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີລົງມືກໍ່ສ້າງເສັ້ນທາງເຂົ້າເຂດອະນຸລັກຮັກສາ ເຂດເສົາ ກາວກຸ່ຍ (ຮ່ອງຮອຍບັ້ນຕໍ່ສູ້ຕ້ານສັດຕູ ຢູ່ແມ່ນ້ຳແບກດັ່ງປີ 1288) , ຕາແສງ ລຽນເຄ, ເມືອງ ຖຸຍງວຽນ, ນະຄອນ ຫາຍຟ່ອງ. 
ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຫວນຄືນ 3 ໄຊຊະນະອັນໂດ່ງດັງຢູ່ແມ່ນ້ຳ ແບກດັ່ງ ແລະ ຖືວ່າ ນັ້ນແມ່ນພາບພົດດີເດັ່ນທີ່ສຸດຂອງກຳລັງຕໍ່ສູ້ປະຊາຊົນ, ເປັນສັນຍາລັກຂອງນັກວິລະຊົນ, ເຈດຈຳນົງພິລະອາດຫານ ແລະ ຈິດໃຈຄວາມສາມັກຄີຂອງປະເທດຊາດ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີລົງມືກໍ່ສ້າງບາງກິດຈະກຳຄົມມະນາຄົມຈຸດສຸມຢູ່ນະຄອນ ຫາຍຟ່ອງ (ພາບ: VGP)

ເລື່ອງອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າບູຮານຄະດີ ທົ່ງນາ ກາວກຸ່ຍ ຈະປະກອບສ່ວນປັບປຸງ ແລະ ຍົກສູງຄຸນຄ່າມໍລະດົກວັດທະນະທຳໃນບໍລິເວນເມືອງ ຖຸຍງວຽນ ເວົ້າສະເພາະ ແລະ ນະຄອນ ຫາຍຟ່ອງ ເວົ້າລວມ. ກໍ່ສ້າງບັນດາກິດຈະກຳ ເສີມຂະຫຍາຍຄຸນຄ່າມໍລະດົກແມ່ນໜ້າທີ່ສຳຄັນທີ່ສຸດ, ບໍ່ພຽງແຕ່ມີຄວາມໝາຍປະຫວັດສາດເທົ່ານັ້ນ ຫາກຍັງມີຄວາມໝາຍດ້ານສຶກສາການເມືອງ, ແນວຄິດທີ່ເປັນມູນເຊື້ອອັນຍິ່ງໃຫຍ່ທັງສະເພາະໜ້າ ແລະ ຍາວນານອີກດ້ວຍ.

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 03 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຄງການລົງທຶນກໍ່ສ້າງ 4 ແຍກ ນາມເກົ່າບີ໊ງ, ນະຄອນ ຫາຍຟ່ອງ.

 (ແຫຼ່ງຄັດຈາກ VOV)


top