ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມທົ່ວປະເທດກ່ຽວກັບການພັດທະນາແບບຍືນຍົງ

ຕອນບ່າຍວັນທີ 12 ກັນຍາ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານວາລະປະຊຸມຄົບຄະນະກອງປະຊຸມທົ່ວປະເທດກ່ຽວກັບການພັດທະນາແບບຍືນຍົງ ດ້ວຍຫົວຂໍ້ວ່າ: “ເພື່ອທົດສະວັດທີ່ມີການພັດທະນາແບບຍືນຍົງກວ່າ”.
ກອງປະຊຸມໂດຍສະພາແຫ່ງລັດກ່ຽວກັບການພັດທະນາແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດແກ່ງແຍ້ງສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ທະນາຄານໂລກຈັດຕັ້ງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ
ເຂົ້າຮ່ວມກອງປະຊຸມທົ່ວປະເທດກ່ຽວກັບການພັດທະນາແບບຍືນຍົງ (ພາບ: VGP)

 ສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮັບຮູ້ບັນດາຄຳຄິດເຫັນທີ່ມີຄຸນນະພາບຈາກບັນດາຜູ້ແທນກ່ຽວກັບການກຳນົດທິດພັດທະນາແບບຍືນຍົງຂອງ ຫວຽດນາມ ໃນໄລຍະຈະມາເຖິງກ່ຽວກັບເສດຖະກິດ, ການລົງທຶນ, ແຫຼ່ງຊັບພະຍາກອນມະນຸດ…ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ: ພັດທະນາແບບຍືນຍົງແມ່ນຄວາມຮຽກຮ້ອງຕ້ອງການຮີບດ່ວນ, ດັ່ງນັ້ນ, ແຜນນະໂຍບາຍພັດທະນາແບບຍືນຍົງໄດ້ສະແດງໃຫ້ເຫັນຢ່າງສະເໝີຕົ້ນສະເໝີປາຍໃນບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ.
(ແຫຼ່ງຄັດຈາກ VOV)

top