ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມກ່ຽວກັບການປ່ອຍ ເງິນລົງທຶນ ODA

      ຕອນເຊົ້າວັນທີ 29 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມທາງອອນລາຍທົ່ວປະເທດ ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກ່ຽວກັບສະພາບການປະຕິບັດ, ການປ່ອຍເງິນລົງທຶນໃຫ້ແກ່ ບັນດາໂຄງການ, ລາຍການລົງທຶນຮ່ວມມືພັດທະນາຢ່າງເປັນທາງການ (ODA), ທຶນກູ້ຢຶມບຸລິມະສິດຈາກຕ່າງປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: chinhphu.vn)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊັວນຟຸກ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ: ນີ້ແມ່ນແຫຼ່ງກຳລັງສຳຄັນເພື່ອພັດທະນາປະເທດຊາດ, ບໍ່ຄວນຖືເບົາ. ເຖິງຢ່າງໃດກໍ່ຕາມ, ການປ່ອຍແຫຼ່ງເງິນລົງທຶນນີ້ ໄດ້ປະຕິບັດຢ່າງຊັກຊ້າ ແລະ ຕ້ອງຊອກຫາສາຍເຫດຂອງມັນ. ທ່ານຊີ້ນຳວ່າ:
            ວິທີແກ້ໄຂທີໜຶ່ງແມ່ນ ສິດອຳນາດຂອງຜູ້ໃດ, ຂອງອົງການໃດ, ຄະນະບໍລິຫານໃດຕ້ອງແກ້ໄຂເອງຕາມກົດໝາຍ. ທີ 2 ແມ່ນຕ້ອງມີຄວາມຕັດສິນໃຈໃນວຽກງານຊີ້ນຳນຳພາ. ສູ້ຊົນ 2 ເດືອນທ້າຍປີໃຫ້ຍົກອັດຕາປ່ອຍເງິນລົງທຶນຂຶ້ນ. ແລະ ທ້ອງຖິ່ນໃດເຮັດບໍ່ໄດ້ ຕ້ອງລາຍງານຕໍ່ນາຍົກລັດຖະມົນຕີ ເພື່ອຍົກຍ້າຍທຶນ, ຕັດທຶນ, ຊ້ຳບໍ່ໜຳປີ 2021 – 2022 ຈະບໍ່ຈັດແບ່ງທຶນໃຫ້. ຕ້ອງມີກົດບັງຄັບຢ່າງແຮງ ບໍ່ແມ່ນວ່າຮັບເງິນລົງທຶນໄປແລ້ວບໍ່ເຮັດ, ສຸດທ້າຍແມ່ນຄວາມຮັບຜິດຊອບຂອງລັດຖະບານ, ອົງການທີ່ມີໜ້າທີ່ຮັບຜິດຊອບ.
 (ແຫຼ່ງຄັດຈາກ VOV)
 
 


top