ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສົ່ງໂທລະເລກແບ່ງເບົາຄວາມໂສກສະຫຼົດໃຈເຖິງນາຍົກລັດຖະມົນຕີ ກໍາປູເຈຍ

      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍານໍາພາ ແລະ ຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງທ່ານນາຍົກລັດຖະມົນຕີ Hun Sen, ປະຊາຊົນ ກໍາປູເຈຍ ຈະຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວ ໂດຍໄວ.

ສະຖານທີ່ເກີດເຫດ (ພາບ: TTXVN)
      ວັນທີ 6 ມັງກອນ 2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານນາຍົກລັດຖະມົນຕີລາຊະອານາຈັກ ກໍາປູເຈຍ Hun Sen ກ່່ຽວກັບເຫດກິດຈະກໍາກໍ່ສ້າງພັງຖະຫຼົ່ມ ຢູ່ແຂວງ Kep, ລາຊະອານາຈັກກໍາປູເຈຍ  ເຮັດໃຫ້ມີຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍານໍາພາ ແລະ ຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງທ່ານນາຍົກລັດຖະມົນຕີ Hun Sen, ປະຊາຊົນ ກໍາປູເຈຍ ຈະຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວ ໂດຍໄວ.
        ແລະກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ກໍໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານ  Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກໍາປູເຈຍ ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)


top