ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສົ່ງສານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ສະມັດຊາໃຫຍ່ ສປຊ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ໂລກຄວນເພີ່ມທະວີການສົມທົບນະໂຍບາຍ, ຄວາມສາມັກຄີໃນການກະທຳ, ຍູ້ແຮງການຮ່ວມມືສາກົນ.


 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ

(ພາບ: TTXVN)


ວັນທີ 04 ທັນວາ, ກ່າວຄຳເຫັນທີ່ກອງປະຊຸມພິເສດຂອງສະມັດຊາໃຫຍ່ສະຫະປະຊາຊາດກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ໂລກຄວນເພີ່ມທະວີການສົມທົບນະໂຍບາຍ, ຄວາມສາມັກຄີໃນການກະທຳ, ຍູ້ແຮງການຮ່ວມມືສາກົນ ກໍ່ຄືຄວາມມານະພະຍາຍາມຂອງບັນດາອົງການຫຼາຍຝ່າຍໃນການຄຸ້ມຄອງທົ່ວໂລກ ເພື່ອແນໃສ່ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ.

        ທ່ານນາຍົກລັດຖະມົນຕີຢືນຢັນວ່າ: ໂດຍແມ່ນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021, ອີກຄັ້ງໜຶ່ງ ຫວຽດນາມ ສະໜັບສະໜູນ ແລະ ຊົມເຊີຍຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ກ່ຽວກັບການຢຸດຍິງທົ່ວໂລກ, ຍົກເລີກບັນດາຄຳສັ່ງລົງໂທດພຽງລຳພັງຝ່າຍດຽວ ແລະ ສ້າງເງື່ອນໄຂໜູນຊ່ວຍມະນຸດສະທຳໃຫ້ແກ່ບັນດາປະເທດໃນການຮັບມືກັບໂລກລະບາດໂຄວິດ-19. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ຖືຜົນປະໂຫຍດຂອງປະຊາຊົນເປັນໃຈກາງຂອງທຸກນະໂຍບາຍ ແລະ ການກະທຳ ດ້ວຍບຸລະມະສິດແຖວໜ້າແມ່ນປົກປ້ອງສຸຂະພາບ, ຊີວິດອິນຊີ, ຮັບປະກັນໃຫ້ປະຊາຊົນຢູ່ທຸກປະເທດ ແລະ ເຂດແຄວ້ນລ້ວນແຕ່ໄດ້ສຳຜັດກັບວັກຊິນ ແລະ ຢາປິ່ນປົວໂຄວິດ-19 ດ້ວຍລາຍຈ່າຍທີ່ເໝາະສົມ.

        ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ບັນດາປະເທດຄວນຮັກສາຄຳໝັ້ນສັນຍາ ແລະ ມານະພະຍາຍາມປະຕິບັດເປົ້າໝາຍພັດທະນາແບບຍືນຍົງ SDG-2030 ແລະ ບັນດາຄຳໝັ້ນສັນຍາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນສ້າງເງື່ອນໄຂໜູນຊ່ວຍດ້ານການເງິນ, ເຕັກໂນໂລຊີ ແລະ ການຄ້າທີ່ໃຫ້ແກ່ບັນດາປະເທດພວມພັດທະນາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ກ່າວວ່າ.

        “ຫວຽດນາມ ສາມາດຄວມຄຸມໂລກລະບາດໂຄວິດ-19 ໄດ້ໂດຍພື້ນຖານແລ້ວ, ຮັບປະກັນຊີວິດສັງຄົມ, ຟື້ນຟູທ່າເຕີບໂຕທາງດ້ານເສດຖະກິດ. ໃນຖານະຕຳແໜ່ງປະທານອາຊຽນ 2020, ຫວຽດນາມ ໄດ້ພ້ອມກັບບັນດາປະເທດອາຊຽນ ເຫັນດີຕໍ່ບັນດາຂໍ້ລິເລີ່ມ ແລະ ການຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ-19. ຫວຽດນາມ ໄດ້ສະເໜີບັນດາແນວຄິດ, ຂໍ້ລິເລີ່ມໃນຂອບເຂດສະຫະປະຊາຊາດ ແລະ ຕັ້ງໜ້າສົມທົບກັບບັນດາປະເທດສະມາຊິກອື່ນປຶກສາຫາລື, ຮັບຮອງເອົາມະຕິ, ເອກະສານຫຼາຍສະບັບ ເພື່ອແນໃສ່ເພີ່ມທະວີການຮ່ວມມືກັບສາກົນໃນການຮັບມືກັບໂລກລະບາດໂຄວິດ-19”.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ, ດ້ວຍຈິດໃຈ “ອຸ້ມຊູຊ່ວຍເຫຼືອ”, ລັດຖະບານ, ບັນດາອົງການຈັດຕັ້ງ, ວິສາຫະກິດ ແລະ ປະຊາຊົນຫວຽດນາມ ໄດ້ໃຫ້ການໜູນຊ່ວຍວັດຖຸການແພດໂດຍຫວຽດນາມ ຜະລິດໃຫ້ແກ່ຫຼາຍປະເທດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໄດ້ຢ່າງແທດຈິງ ແລະ ທັນການ, ຮ່ວມມືກັນແບ່ງປັນບົດຮຽນ ກໍ່ຄືການໜູນຊ່ວຍດ້ານການເງິນໃຫ້ແກ່ບັນດາກອງທຶນສາກົນກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ ເຖິງວ່າ ແຫຼ່ງກຳລັງຂອງຫວຽດນາມ ຍັງຈຳກັດກໍ່ຕາມ.

        ສຸດທ້າຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ, ຕໍ່ໜ້າບັນດາສິ່ງທ້າທາຍທີ່ຮ້າຍແຮງທີ່ສຸດນັບແຕ່ເມື່ອສ້າງຕັ້ງສະຫະປະຊາຊາດ, ປະຊາຄົມສາກົນຈະເສີມຂະຫຍາຍເຈດຈຳນົງ ແລະ ກຳລັງແຮງຂອງແຕ່ລະປະເທດ, ກໍ່ຄືຈິດໃຈສາມັກຄີ, ຮ່ວມມືສາກົນຢ່າງແຮງ ເພື່ອພ້ອມກັບຜ່ານຜ່າໂລກລະບາດໂຄວິດ-19 ແລະ ສ້າງອະນາຄົດອັນດີງາມກວ່າໃຫ້ແກ່ແຕ່ລະປະເທດ ແລະ ປະຊາຊົນທຸກຄົນ. ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນວິວັດການອັນສູງສົ່ງນັ້ນ.

(ແຫຼ່ງຄັດຈາກ VOV)


top