ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະສົນທະນາກັບຊາວກະສິກອນ

      ວັນທີ 10 ທັນວາ, ທີ່ນະຄອນ ເກິນເທິ, ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ: ນາຍົກລັດຖະມົນຕີພົບປະສົນທະນາກັບຊາວກະສິກອນປີ 2019. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະສົນທະນາກັບຊາວກະສິກອນ (ພາບ: TTXVN)
      ນີ້ແມ່ນຄັ້ງທີ 2, ທ່ານນາຍົກລັດຖະມົນຕີໄດ້ພົບປະສົນທະນາກັບຊາວກະສິກອນ ພາຍຫລັງຜົນສຳເລັດຂອງກອງປະຊຸມຄັ້ງທຳອິດ ເຊິ່ງໄດ້ຈັດຕັ້ງຢູ່ແຂວງ ຫາຍເຢືອງ ເມື່ອເດືອນ ເມສາ 2018.
        ດ້ວຍຫົວຂໍ້ “ແກ້ໄຂສິ່ງຕິດຂັດ, ຮ່ວມສຳພັດລະຫວ່າງຊາວກະສິກອນ, ລັດ, ນັກວິທະຍາສາດ, ວິສາຫະກິດ, ທະນາຄານ, ນັກຈຳໜ່າຍ, ປະດິດຄິດສ້າງລະບົບມູນຄ່າຜະລິດຕະພັນກະເສດ”, ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນປະມານ 600 ທ່ານ, ລວມມີການນຳບັນດາກະຊວງ, ຂະແໜງການຂອງສູນກາງ; ບັນດາທ້ອງຖິ່ນ; ບັນດານັກຊ່ຽວຊານ, ນັກວິທະຍາສາດ ແລະ ວິສາຫະກິດ; ພິເສດແມ່ນຜູ້ຕາງໜ້າໃຫ້ຫລາຍລ້ານຄອບຄົວຊາວກະສິກອນເຂົ້າຮ່ວມການພົບປະສົນທະນາໂດຍກົງກັບນາຍົກລັດຖະມົນຕີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:
            “ໄປຄຽງຄູ່ກັບບັນດານະໂຍບາຍຂອງລັດແມ່ນໜູນຊ່ວຍໃຫ້ຊາວກະສິກອນ, ກະສິກຳ, ຊົນນະບົດ, ຊາວກະສິກອນ ຫວຽດນາມ ກໍ່ຕ້ອງປ່ຽນໃໝ່ໃນໄລຍະປ່ຽນແປງໃໝ່ຂອງປະເທດຊາດ. ແຕ່ລະຄອບຄົວ, ຕາແສງ, ເມືອງກໍ່ຕ້ອງປ່ຽນແປງຈິນຕະນາການ, ສ້າງໂຄງປະກອບການຜະລິດຄືນໃໝ່ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງຕະຫລາດ
 (ແຫຼ່ງຄັດຈາກ VOV)


top