ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບນັກປັນຍາຊົນ, ຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ

ຕອນບ່າຍວັນທີ 01 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີການພົບປະກັບນັກປັນຍາຊົນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ.
 
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບນັກປັນຍາຊົນ, ຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ (ພາບ: VGP)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືນັກປັນຍາຊົນ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເປັນສຳຄັນ ຍ້ອນວ່າມີກົກເຄົ້າເຫງົ້າກໍຮ່ວມ, ມີເຊື້ອສາຍດຽວກັນ. ເລື່ອງນັກປັນຍາຊົນ ແລະ ປະຊາຄົມຊາວ ຫວຽດນາມ ລ້ວນແຕ່ສະແດງໃຫ້ເຫັນຈິດໃຈອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະກອບກຳລັງເຫື່ອແຮງໃນເງື່ອນໄຂຂອງຕົນແມ່ນຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ.

        ທ່ານ ເຈິ່ນງອັກຟຸກ, ປະທານສະມາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ ປາດຖະໜາວ່າ: ລັດຖະບານ ຫວຽດນາມ ຈະຊ່ວຍສ້າງເງື່ອນໄຂໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ ພັດທະນາ, ປະກອບສ່ວມເຂົ້າໃນການສ້າງສາປະເທດຊາດ.

(ແຫຼ່ງຄັດຈາກ VOV)


top