ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ: ນັກວິທະຍາສາດແມ່ນຊັບສົມບັດທີ່ລ້ຳຄ່າຂອງຊາດ

      ຕອນເຊົ້າວັນທີ 25 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VIII, ອາຍຸການ 2020 – 2025, ຂອງສະຫະພັນບັນດາສະມາຄົມ ວິທະຍາສາດ ແລະ ເຕັກນິກ ຫວຽດນາມ ດ້ວຍຫົວຂໍ້: ສາມັກຄີ - ປະດິດຄິດສ້າງ - ປ່ຽນແປງໃໝ່ - ພັດທະນາ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
      ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ສະຫະພັນບັນດາສະມາຄົມ ວິທະຍາສາດ ແລະ ເຕັກນິກ ຫວຽດນາມ ເປັນບ່ອນເຕົ້າໂຮມປັນຍາຊົນດ້ວຍນັກວິທະຍາສາດນັບຫຼາຍພັນຄົນ, ເປັນຊັບສົມບັດທີ່ລ້ຳຄ່າຂອງຊາດ. ທ່ານກ່າວວ່າ:
          ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຄວນຕັ້ງໜ້າເຂົ້າຮ່ວມການປະຕິບັດເປົ້າໝາຍກ່ຽວກັບວິທະຍາສາດເຕັກໂນໂລຢີໃຫ້ຂຶ້ນສູ່ລະດັບສູງໃໝ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດດຶງດູດຜູ້ມີຄວາມເກັ່ງກ້າສາມາດຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງນຳໃຊ້ວິທະຍາສາດເຕັກໂນໂລຢີຢ່າງແຮງໂດຍສະເພາະແມ່ນ ນຳໃຊ້ຜົນງານການປະຕິວັດອຸດສາຫະກຳຄັ້ງທີ 4, ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາໄວ ແລະ ຍືນຍົງຂອງປະເທດຊາດຕ້ອງເຮັດໃຫ້ວິທະຍາສາດ ເຕັກໂນໂລຢີກາຍເປັນກຳລັງໜູນສຳຄັນຢ່າງແທ້ຈິງຍົກສູງສະມັດຕະພາບຄຸນນະພາບປະສິດທິຜົນກຳລັງແຮງ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ ປົກປັກຮັກສາສິ່ງແວດລ້ອມຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ.
(ແຫຼ່ງຄັດຈາກ VOV)


top