ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ

      ກະຊວງການຕ່າງປະເທດ ລາວ ຈະພ້ອມກັບບັນດາກະຊວງ, ຂະແໜງການອື່ນໆຂອງລາວ ຊຸກຍູ້ການພົວພັນຮ່ວມມືກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງຫວຽດນາມ ໃຫ້ຫຼາຍກວ່າອີກ; ຜ່ານນັ້ນຮັດແໜ້ນ ແລະ ເພີ່ມທະວີການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ (ພາບ: TTXVN)
      ໃນການຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ທີ່ດໍາເນີນໃນຕອນເຊົ້າວັນທີ 26 ທັນວາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່, ສະໜັບສະໜູນ ແລະ ໜູນຊ່ວຍພາລະກິດແຫ່່ງການສ້າງສາປະເທດຊາດຂອງ ປະຊາຊົນລາວ ອ້າຍນ້ອງ ແລະ ເນັ້ນໜັກວ່າ ປີ 2020 ເປັນປີບານພັບທີ່ສໍາຄັນສໍາລັບທັງສອງປະເທດ ນັບທັງວຽກງານພາຍໃນ ແລະ ວຽກງານການຕ່າງປະເທດນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ ບັນດາກະຊວງ, ຂະແໜງການຂອງສອງປະເທດ ຈະສືບຕໍ່ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວແນໃສ່ສະເຫຼີມສະຫຼອງເຫດການສໍາຄັນຂອງສອງປະເທດໃຫ້ເປັນຢ່າງດີ; ຕັ້ງໜ້າໂຄສະນາ, ສຶກສາອົບຮົມໃຫ້ແກ່ປະຊາຊົນສອງປະເທດ, ໂດຍສະເພາະແມ່ນໄວໜຸ່ມ ກ່ຽວກັບມູນເຊື້ອຂອງສາຍພົວພັນແບບພິເສດລະຫວ່າງຫວຽດນາມ -ລາວ. ທ່ານ ກໍສະເໜີໃຫ້ ລັດຖະບານ ລາວ ສົມທົບ, ຊຸກຍູ້ກັນແກ້ໄຂບັນດາຄວາມຫຍຸ້ງຍາກ ໃຫ້ແກ່ບັນດາວິສາຫະກິດ ແລະ ຊາວຜູ້ອອກແຮງງານຫວຽດນາມ ຢູ່ ລາວ ແລະ ໃນວຽກງານເຜີຍແຜ່ນະໂຍບາຍລົງທຶນ, ການຄ້າ, ກົງສູນ, ປົກປ້ອງພົນລະເມືອງ, ຮັບປະກັນສິດຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ ແລະ ຊາວຜູ້ອອກແຮງງານສອງປະເທດ. ສອງຝ່າຍຈົ່ງເພີ່ມທະວີການສະໜັບສະໜູນເຊິ່ງກັນແລະກັນ, ໂດຍສະເພາະແມ່ນໃນບັນດາບັນຫາກ່ຽວຂ້ອງເຖິງການປ້ອງກັນຄວາມສະຫງົບ, ຍຸດທະສາດຂອງພາກພື້ນ; ປະກອບສ່ວນຮັກສາຄວາມສາມັກຄີີ ແລະ ບົດບາດເປັນໃຈກາງ ຂອງ ອາຊຽນ.
        ສ່ວນທ່ານ ສະເຫຼີມໄຊ ກົມມະສິດ ຢັ້ງຢືນວ່າ, ກະຊວງການຕ່າງປະເທດ ລາວ ຈະພ້ອມກັບບັນດາກະຊວງ, ຂະແໜງການອື່ນໆຂອງລາວ ຊຸກຍູ້ການພົວພັນຮ່ວມມືກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງຫວຽດນາມ ໃຫ້ຫຼາຍກວ່າອີກ; ຜ່ານນັ້ນຮັດແໜ້ນ ແລະ ເພີ່ມທະວີການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ. 
 (ແຫຼ່ງຄັດຈາກ VOV)


top