ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ Novatek

ຕອນບ່າຍວັນທີ 6 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Mikhelson, ປະທານກຸ່ມບໍລິສັດ Novatek ທີ່ພວມມີການຢ້ຽມຢາມ, ຊອກຮູ້ກາລະໂອກາດການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. 

ທີ່ການຕ້ອນຮັບ (ພາບ: VGP)

ນີ້ແມ່ນໜຶ່ງໃນບັນດາກຸ່ມບໍລິສັດແຖວໜ້າຂອງລັດເຊຍ ໃນຂົງເຂດພະລັງງານ ພວມປາດຖະໜາຢາກລົງທຶນເຂົ້າໂຄງການສູນໄຟຟ້າ ການາ (ນິງທ້ວນ).

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ເສດຖະກິດຂອງ ຫວຽດນາມ ຈະເຕີບໂຕສູງ ແລະ ຄວາມຕ້ອງການດ້ານພະລັງງານແມ່ນໃຫຍ່ຫລວງທີ່ສຸດ ແລະ ແມ່ນກາລະໂອກາດການຮ່ວມມືໃຫຍ່ຫລວງໃຫ້ແກ່ບັນດານັກລົງທຶນທີ່ມີທ່າແຮງຂອງລັດເຊຍ ໃນຂົງເຂດນີ້. ໄປຄຽງຄູ່ກັບຂົງເຂດພະລັງງານ, ທ່ານ ຫງວຽນຊວັນຟຸກ ກໍ່ປາດຖະໜາຢາກໃຫ້ບັນດານັກລົງທຶນລັດເຊຍ ເປີດກ້ວາງການລົງທຶນເຂົ້າ ຫວຽດນາມ ໃນຫລາຍຂົງເຂດອື່ນໆ

ກ່ຽວກັບໂຄງການສູນໄຟຟ້າ ການາ (ນິງທ້ວນ), ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ນີ້ແມ່ນໂຄງການໄຟຟ້າສຳຄັນຂອງ ຫວຽດນາມ ຕ້ອງການມີບັນດານັກລົງທຶນທີ່ມີກຳລັງຄວາມສາມາດດ້ານການເງິນ ແລະ ມີບົດຮຽນ. ລັດຖະບານ ຫວຽດນາມ ຈະສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດານັກລົງທຶນ ລັດເຊຍ ລົງທຶນເຂົ້າ ຫວຽດນາມ ຖືກຕາມຂໍ້ກຳນົດ.

(ແຫຼ່ງຄັດຈາກ VOV)


top