ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກວດກາຄວາມຄືບໜ້າໂຄງການສະໜາມບິນ ລອງແທງ

      ຕອນເຊົ້າວັນທີ 21 ກໍລະກົດ, ທີ່ແຂວງ ດົງນາຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະປະຕິບັດງານລັດຖະບານ ໄດ້ລົງກວດກາຄວາມຄືບໜ້າການກໍ່ສ້າງເຂດຕັ້ງພູມລຳເນົາຄືນໃໝ່ຕາແສງ ໂລກອານ - ບີງເຊີນ, ແມ່ນໂຄງການສ່ວນປະກອບຂອງສະໜາມບິນ ລອງແທງ. 

ທີ່ການເຮັດວຽກ
      ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ນຳວ່າ ທາງແຂວງ ຄວນປະຕິບັດວຽກງານມອບໜ້າພຽງໃຫ້ສຳເລັດໂດຍໄວ ເພືຶ່ອສາມາດຜັນຂະຫຍາຍການກໍ່ສ້າງສະໜາມບິນ.
        ທີ່ການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ດົງນາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຖືວ່າ: ດ້ວຍຂອບຂະໜາດເສດຖະກິດກ່ວາ 17 ຕື້ USD, ລາຍຮັບສະເລ່ຍຕໍ່ຫົວຄົນປະມານ 5.300 USD, ດົງນາຍ ແມ່ນແຂວງທີ່ມີການປະກອບສ່ວນສຳຄັນ ເຂົ້າໃນເສດຖະກິດ- ສັງຄົມຂອງປະເທດຊາດ. ສະນັ້ນ, ເລື່ອງພິຈາລະນາ, ແກ້ໄຂບັນດາບັນຫາທີ່ໄດ້ວາງອອກສຳລັບ ດົງນາຍ ແມ່ນສຳຄັນທີ່ສຸດ. ທ່ານ ຫງວຽນຊວັນຟຸກ ກ່າວວ່າ:
        “ການປ່ອຍທຶນແມ່ນໜ້າທີ່ຮີບດ່ວນຂອງບັນດາທ້ອງຖິ່ນ, ໃນນັ້ນ ມີແຂວງ ດົງນາຍ ແລະ ນີ້ແມ່ນມາດຕະການ ເພື່ອຊຸກຍູ້ໃຫ້ ດົງນາຍ ເຕີບໂຕ ແລະ ພັດທະນາໃນປີນີ້ໂລຍ. ນັ້ນແມ່ນຊຸກຍູ້ຄວາມຄືບໜ້າການກໍ່ສ້າງໂຄງການສະໜາມບິນ ລອງແທງ. ການປ່ອຍເງິນ 23.000 ຕື້ດົ່ງ ໃຫ້ແກ່ວຽກງານບຸກເບີກໜ້າພຽງເນື້ອທີ່ດິນ ບໍ່ພຽງແຕ່ຮັບໃຊ້ໂຄງການເທົ່ານັ້ນ ຫາກຍັງສ້າງກຳລັງໜູນການເຕີບໂຕໃຫ້ແກ່ແຂວງ ດົງນາຍ ອີກດ້ວຍ.
 (ແຫຼ່ງຄັດຈາກ VOV)


top