ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເຮັດວຽກກັບກຸ່ມໃຫ້ຄຳປຶກສາດ້ານເສດຖະກິດ

      ທີ່ການເຮັດວຽກກັບກຸ່ມໃຫ້ຄຳປຶກສາດ້ານເສດຖະກິດໃນຕອນເຊົ້າວັນທີ 23 ທັນວາ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ປີ 2018 ຖ້າຫາກບໍ່ມີການເຕີບໂຕ, ການສົ່ງອອກສິນຄ້າບໍ່ຮັບຜົນດີ,

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເຮັດວຽກກັບກຸ່ມໃຫ້ຄຳປຶກສາດ້ານເສດຖະກິດ
ພາບ:vietnam+
      ດ້ານມະຫາພາກບໍ່ດີ ຈະເຮັດໃຫ້ພື້ນຖານເສດຖະກິດປະສົບກັບຄວາມຫຍຸ້ງຍາກ. ສະນັ້ນ ທ່ານນາຍົກລັດຖະມົນຕີ ຢາກຮັບຟັງຄຳເຫັນປະກອບຂອງບັນດາສະມາຊິກກຸ່ມໃຫ້ຄຳປຶກສາໃຫ້ແກ່ທິດທາງປີ 2018.
      ກ່າວຄຳເຫັນທີ່ການເຮັດວຽກ, ບັນດາສະມາຊິກໃນກຸ່ມໃຫ້ຄຳປຶກສາດ້ານເສດຖະກິດຖືວ່າ: ໃນປີ 2018 ເພື່ອຍົກສູງລັກສະນະສັກສິດຂອງກົງຈັກການຈັດຕັ້ງ, ຕ້ອງສ້າງກຳລັງດັນຈາກຫລາຍສົ້ນ, ໃນນັ້ນ ມີກຳລັງດັນຈາກການຊີ້ນຳຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ ຕະຫລອດຮອດບັນດາທ່ານລັດຖະມົນຕີ, ກຳລັງດັນຈາກສື່ມວນຊົນ, ຫາງສຽງຕະຫລອດຮອດກົງຈັກການຈັດຕັ້ງ. ພ້ອມກັນນັ້ນ ຄວນປັບປຸງກົດໝາຍວ່າດ້ວຍທີ່ດິນ ເພື່ອຊຸກຍູ້ການພັດທະນາກະສິກຳເຕັກໂນໂລຊີສູງ.
ແຫຼ່ງຄັດຈາກ VOV

top