ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບບັນດານັກລົງທຶນຕ່າງປະເທດ

      ຕອນບ່າຍວັນທີ 03 ຕຸລາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Youn Chul Kim, ປະທານບໍລິສັດ Hanwha Techwin (ສ.ເກົາຫຼີ). 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Youn Chul Kim,
ປະທານບໍລິສັດ Hanwha Techwin (ພາບ: VGP)
      ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງເລື່ອງກຸ່ມບໍລິສັດ Hanwha ມີແຜນເປີດກ້ວາງການລົງທຶນເຂົ້າ ຫວຽດນາມ, ເປັນຕົ້ນແມ່ນລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ລັດຖະບານ ຫວຽດນາມ ວ່າຈະຮ່ວມເດີນທາງ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນຕ່າງປະເທດປະສົບຜົນສຳເລັດຢູ່ ຫວຽດນາມ ແລະ ປາດຖະໜາວ່າ ກຸ່ມບໍລິສັດ Hanwha ຈະເປັນແບບຢ່າງທີ່ດີກ່ຽວກັບການລົງທຶນ FDI ຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ປາດຖະໜາວ່າ ນອກຈາກຂົງເຂດເຕັກໂນໂລຊີສູງ ແລະ ກຸ່ມບໍລິສັດຈະເອົາໃຈໃສ່ລົງທຶນເຂົ້າໃນບັນດາຂົງເຂດອື່ນຄື: ນະຄອນອັດສະລິຍະ, ພື້ນຖານໂຄງລ່າງ.
        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Spencer Damian White, ຜູ້ອຳນວຍການຝ່າຍບໍລິຫານບໍລິສັດ Delta Offshore Energy, ເຊິ່ງແມ່ນບໍລິສັດຮ່ວມທຸລະກິດ ດ້ວຍການເຂົ້າຮ່ວມຂອງບັນດານັກລົງທຶນຈາກ ອາເມລິກາ, ນອກແວ, ໂປໂລຍ, ອັງກິດ, ໂຮນລັງ, ຝະຮັ່ງ…ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ສົ່ງເສີມບັນດາວິສາຫະກິດຕ່າງປະເທດລົງທຶນເຂົ້າບັນດາໂຄງການພະລັງງານ ໃນນັ້ນມີບັນດາໂຄງການພະລັງງານຜະລິດຄືນໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ແຂວງ ບາກລຽວ ຈະຕັ້ງໜ້າໜູນຊ່ວຍວິສາຫະກິດສຳລັບໂຄງການລົງທຶນເຂົ້າທ້ອງຖິ່ນນີ້.
 (ແຫຼ່ງຄັດຈາກ VOV)


top