ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບ ທ່ານຮອງປະທານາທິບໍດີ ອິດເດຍ

      ສອງຝ່າຍໄດ້ເຫັນດີຈະສືບຕໍ່ຖືການຮ່ວມມືເສດຖະກິດ - ການຄ້າ ແມ່ນເສົາຄ້ຳໃນການພົວພັນລະຫວ່າງ ສອງປະເທດ, ສູ້ຊົນບັນລຸໄດ້ເປົ້າໝາຍວົງເງິນການຄ້າ 15 ຕື້ USD ໃນໄລຍະຈະມາເຖິງ.
            ທີ່ການຕ້ອນຮັບ ທ່ານ Venkaiah Naidu ຮອງປະທານາທິບໍດີ ອິດເດຍ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມວັນບຸນວິສະຂາບູຊາ ສະຫະປະຊາຊາດ 2019, ຕອນບ່າຍວັນທີ 11 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນຮັກສາຄວາມໄວ້ເນື່ອເຊື່ອໃຈດ້ານການເມືອງ ແລະ ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນທຸກໆຂົງເຂດ. ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ບັນດາການຢ້ຽມຢາມ, ການພົບປະຂັ້ນສູງ ແລະ ທຸກຂັ້ນ, ບັນດາຂະແໜງການ ແລະ ພົບປະແລກປ່ຽນ ປະຊາຊົນ ເປັນປະຈຳ. ການນຳສອງທ່ານໄດ້ສະແດງຄວາມຖືເປັນສຳຄັນການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ສະເໜີ ອິນເດຍສືບຕໍ່ໜູນຊ່ວຍ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຜັນຂະຫຍາຍການຮ່ວມມືລະຫວ່າງບັນດາກອງທັບສອງປະເທດ, ແບ່ງປັນບົດຮຽນໃນບັນດາການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ. ສອງຝ່າຍໄດ້ເຫັນດີຈະສືບຕໍ່ຖືການຮ່ວມມືເສດຖະກິດ - ການຄ້າ ແມ່ນເສົາຄ້ຳໃນການພົວພັນລະຫວ່າງ ສອງປະເທດ, ສູ້ຊົນບັນລຸໄດ້ເປົ້າໝາຍວົງເງິນການຄ້າ 15 ຕື້ USD ໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

top