ຕອນເຊົ້າວັນທີ 4 ມັງກອນ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ -ລາວ. ພາຍຫລັງສິ້ນສຸດກອງປະຊຸມ, ນາຍົກລັດຖະມົນຕີ ທັງສອງທ່ານ ໄດ້ພົບປະກັບສື່ມວນຊົນ ແຈ້ງໝາກຜົນອັນດີງາມຂອງກອງປະຊຸມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ພົບປະກັບສື່ມວນຊົນ ພາຍຫຼັງກອງປະຊຸມ. ພາບ: ຖົ໋ງເຍີດ/VNA

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ເປັນສັກຂີພິຍານ ພິທີເຊັນຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືດ້ານການສຶກສາປິ 2020 ລະຫວ່າງກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກັບກະຊວງສຶກສາ ແລະ ກິລາ ລາວ. ພາບ: ຖົ໋ງເຍີດ/VNA
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນຫນັກເຖິງຜົນສຳເລັດຂອງກອງປະຊຸມຄັ້ງນີ້ ແລະຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການຮ່ວມມືສອງປະເທດໃນໄລຍະຜ່ານມາ ແລະວາງອອກທິດທາງການຮ່ວມມືໃນໄລຍະຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ສອງຝ່າຍ ໄດ້ຮ່ວມມືຮອບດ້ານ ແລະສຳເລັດຜົນໃນທຸກຂົງເຂດ. ປີຜ່ານມາ ການຄ້າ ແລະ ການລົງທຶນ ບັນລຸໄດ້ໝາກຜົນພົ້ນເດັ່ນທີ່ສຸດໃນການຮ່ວມມືລະຫວ່າງສອງປະເທດ ດ້ວຍໂຄງການລົງທຶນຂອງຫວຽດນາມ ຢູ່ ລາວ ເພີ່ມຂຶ້ນ ແລະ ຢືນອັນດັບທີ 3 ໃນຈຳນວນບັນດາປະເທດລົງທຶນຢູ່ລາວ ດ້ວຍຍອດເງິນລົງທຶນບັນລຸກວ່າ 5 ຕື້ USD. ການພົວພັນດ້ານການຄ້າລະຫວ່າງສອງປະເທດ ລື່ນກາຍລະດັບ 1,25 ຕື້ USD ແມ່ນລື່ນກາຍຄາດໝາຍຊື່ງສອງປະເທດໄດ້ວາງອອກ. ບັນດາຂົງເຂດອື່ນຄື ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດ ກໍ່ໄດ້ຮັບການຊຸກຍູ້ໃນປີຜ່ານມາ.
ກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ສອງຝ່າຍເປັນເອກະພາບປະຕິບັດບັນດາຖະແຫລງການຮ່ວມ ຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງປະເທດ, ບັນດາຂໍ້ຕົກລົງອື່ນໃຫ້ເປັນຢ່າງດີ, ໃນນັ້ນ ຂໍ້ຕົກລົງທີ່ໄດ້ລົງນາມໃນກອງປະຊຸມຄັ້ງນີ້ ດ້ວຍຫລາຍມາດຕະການແຮງກວ່າ, ມີຄຸນນະພາບກວ່າ.
“ນັ້ນແມ່ນສືບຕໍ່ຊຸກຍູ້ການພົວພັນດ້ານການເມືອງ, ການຕ່າງປະເທດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບເຂົ້າສູ່ລວງເລິກ. ທີສອງ ແມ່ນການລົງທຶນ ການຄ້າ ນັບມື້ນັບມີປະສິດທິຜົນ, ສູ້ຊົນຮອດປີ 2020 ດ້ານການຄ້າເພີ່ມຂຶ້ນຢ່າງຫນ້ອຍສຸດ 10-15%.ຫວຽດນາມ ສືບຕໍ່ຊື້ໄຟຟ້າຂອງລາວ ດ້ວຍລະດັບ 2000-3000 MW ຊ່ຳບໍ່ໜຳ ແມ່ນຂຶ້ນເຖິງ 5000MWໃນໄລຍະຈະມາເຖິງ. ເພີ່ມທະວີການເຊື່ອມຕໍ່ຄົມມະນາຄົມຂົນສົ່ງ ເປັນຕົ້ນແມ່ນສ້າງຄວາມສະດວກໃຫ້ລາວ ຈາກປະເທດບໍ່ມີທະເລ ກາຍເປັນປະເທດມີທະເລຜ່ານຫວຽດນາມ. ສອງຝ່າຍປຶກສາຫາລື ແລະສົມທົບກັນສ້າງຍຸດທະສາດການຮ່ວມມືລະຫວ່າງສອງປະເທດໃນ 10 ປີຈະມາເຖິງ.”
ບົນຈິດໃຈການພົວພັນແບບພິເສດ, ຄວາມໄວ້ເນື້ອເຊື່ອໃຈ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ສອງຝ່າຍ ຈະສະໜັບສະໜູນ ແລະ ຮ່ວມມືກັນຢ່າງມີປະສິດທິຜົນໃນບັນດາອົງການຈັດຕັ້ງ, ເວທີປາໄສສາກົນ ແລະ ພາກພື້ນ ຄື ອາຊຽນ, APEC, ASEM, ບັນດາເວທີປາໄສຮ່ວມມືແມ່ຂອງ.
ສ່ວນທ່ານ ນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດໄດ້ຢັ້ງຢືນວ່າ ກອງປະຊຸມຄະນະກຳມະການລະຫວ່າງລັດຖະບານສອງປະເທດໄດ້ປະສົບຜົນສຳເລັດຢ່າງຈົບງາມ.
“ຜົນສຳເລັດດັ່ງກ່າວ ສະແດງເຖິງຜົນສຳເລັດແຫ່ງຄວາມ ເຂົາອົກເຂົາໃຈເຊິ່ງກັນ ແລະ ກັນ, ມິີການປຶກສາຫາລືກັນຢ່າງເປີດເຜີຍ, ຈິງໃຈ, ການຈັດຕັ້ງປະຕິບັດມີໝາກມີຜົນ, ພ້ອມກັນແກ້ໄຂບັນດາສິ່ງຄົງຂ້າງເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃຫ້ດີກວ່າເກົ່າ. ສອງຝ່າຍໄດ້ມີການປຶກສາຫາລືກັນຢ່າງຮອບດ້ານກ່ຽວກັບບັນຫາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນທາງການທູດ, ການຮ່ວມມືດ້ານການຄ້າ, ການລົງທຶນ, ສັງຄົມ, ການຮ່ວມມືລະຫວ່າງ ບັນດາທ້ອງຖິ່ນຢ່າງເລິກເຊິ່ງ ແລະ ມີເອກະພາບກັນສູງ.
ຜົນສຳເລັດຂອງກອງປະຊຸມມັນສະແດງອອກຜ່ານການເຊັນສັນຍາວ່າດ້າຍການຮ່ວມມືໃນຫຼາຍຂົງເຂດ 9 ສະບັບ. ສອງຝ່າຍໄດ້ຕົກລົງກັນ ຈະປ່ຽນແປງວິທີປະຕິບັດບັນດາໂຄງການ ເຊິ່ງລັດຖະບານສອງປະເທດໄດ້ເປັນເອກະພາບກັນ”.
ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດກໍ່ຖືວ່າ: ກອງປະຊຸມຄັ້ງນີ້ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມຖື ການພົວພັນກັບ ລາວເປັນສຳຄັນພິເສດ ເພື່ອພ້ອມກັນພັດທະນາເສດຖະກິດ ສັງຄົມຂອງ ສອງປະເທດ. ສິ່ງນີ້ອາດຈະຢັ້ງຢືນຄືນໃໝ່ນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານລະຫວ່າງສອງປະເທດສືບຕໍ່ໄດ້ຮັບການ ຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາ.
ປະຕິບັດ: VNA/VNP