ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມຫົວເລື່ອງສະເພາະ ການກໍ່ສ້າງລະບອບກົດໝາຍ

ຕອນເຊົ້າວັນທີ 16 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມລັດຖະບານ ໃນຫົວເລື່ອງສະເພາະ ການກໍ່ສ້າງ ລະບອບກົດໝາຍ, ເຊິ່ງໄດ້ສຸມໃສ່ ກົດໝາຍວ່າດ້ວຍການລົງທຶນຂອງລັດ ສະບັບປັບປຸງ, ກົດໝາຍປັບປຸງເພີ່ມເຕີມຈຳນວນໜຶ່ງ ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍການວາງແຜນຜັງ. 


 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມລັດຖະບານ ໃນຫົວເລື່ອງສະເພາະ ການກໍ່ສ້າງ ລະບອບກົດໝາຍ

(ພາບ:Thong Nhat/ TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ເຫັນດີເຫັນພ້ອມກັບຂໍ້ສະເໜີຂອງບັນດາຜູ້ແທນກ່ຽວກັບການປ່ຽນຊື່ຈາກ ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການລົງທຶນຂອງລັດ ຫັນໄປເປັນຮ່າງກົດໝາຍວ່າດ້ວຍການລົງທຶນຂອງລັດ ສະບັບປັບປຸງ. ກ່ຽວກັບຂອບຂະໜາດການນຳໃຊ້ກົດໝາຍ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ກະຊວງແຜນການ ແລະ ການລົງທຶນ ຄົ້ນຄ້ວາ, ເພີ່ມເຕີມບັນດາຂໍ້ກຳນົດດ້ວຍບັນດາໂຄງການລົງທຶນຂອງລັດໄດ້ຮັບການປະຕິບັດຢູ່ຕ່າງປະເທດ. ໃນຮ່າງກົດໝາຍຄວນແບ່ງຂັ້ນ, ກຳນົດສິດອຳນາດຂອງຜູ້ປະຈຳການສະພາປະຊາຊົນຕັດສິນບັນດາບັນຫາຂອງທ້ອງຖິ່ນຢ່າງທັນການ:

        “ການລົງທຶນຂອງລັດມີຄວາມຄືບໜ້າໃນການຄຸ້ມຄອງ, ແຕ່ໃນສະພາບການຕົວຈິງນັ້ນ ມີຫຼາຍບັນຫາຄວນໄດ້ຮັບການປ່ຽນແປງໃໝ່. ໃນນັ້ນມີບັນຫາແບ່ງຂັ້ນ, ມອບໂອນສິດອຳນາດ, ຄວາມຮັບຜິດຊອບຂອງສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຮັບຜິດຊອບຂອງບັນດາລັດຖະມົນຕີຕ້ອງເວົ້າລະອຽດກ່ວາ. ຂ້າພະເຈົ້າຢາກປັບປຸງການປ່ຽນແປງໃໝ່ນີ້ຕ້ອງຈະແຈ້ງ, ເຮັດແນວໃດບໍ່ໃຫ້ເກີດສະພາບສັບສົນໃນການບໍລິຫານ, ຄວາມຮັບຜິດຊອບບໍ່ແຈ້ງ”

ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະເໜີໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ລາຍງານກ່ຽວກັບການຮັບມືກັບພະຍຸຫົວທີ 4, ຍົກອອກບັນດາວິທີການປ້ອງກັນ ແລະ ແກ້ໄຂບັນດາບັນຫາທີ່ອາດຈະເກີດຂື້ນໃນລະດູຝົນ.

(ແຫຼ່ງຄັດຈາກ VOV)



top