ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເດີນທາງເຂົ້າຮ່ວມ ACMECS ຄັ້ງທີ 8 ແລະ CLMV ຄັ້ງທີ 9 ຢູ່ໄທ

      ວັນທີ 15 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປ ບາງກອກ, ປະເທດ ໄທ
      ເຂົ້າຮ່ວມກອງປະຊຸມສຸດຍອດຍຸດທະສາດຮ່ວມມືເສດຖະກິດແມ່ນ້ຳ ອາເຢຢາວາດີ - ແມ່ນ້ຳ ເຈົ້າພະຍາ - ແມ່ນ້ຳຂອງ (ACMECS) ຄັ້ງທີ 8 ແລະ ກອງປະຊຸມສຸດຍອດຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV) ຄັ້ງທີ 9 ໄດ້ຈັດຕັ້ງແຕ່ວັນທີ 15 – 16 ມິຖຸນາ. ການເຂົ້າຮ່ວມ 2 ກອງປະຊຸມດັ່ງກ່າວ ໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ໄທ ປຣາຢຸດ ຈັນໂອຈາ ແລະ ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Hun Sen.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມບັນດາກອງປະຊຸມດັ່ງກ່າວ ແມ່ນເພື່ອແນໃສ່ສະແດງໃຫ້ເຫັນ ຫວຽດນາມ ຖືເປັນສຳຄັນການຮ່ວມມືເສດຖະກິດ ແມ່ນ້ຳ ອາເຢຢາວາດີ - ແມ່ນ້ຳ ເຈົ້າພະຍາ - ແມ່ນ້ຳຂອງ ແລະ ການຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ; ຍົກສູງທີ່ຕັ້ງ ແລະ ຖານະບົດບາດຂອງ ຫວຽດນາມ ໃນ 2 ການຮ່ວມມືດັ່ງກ່າວ; ພ້ອມທັງ ຍູ້ແຮງການຮ່ວມມືໃນບັນດາຂົງເຂດຄືການເຊື່ອມຕໍ່ພາກພື້ນ, ການຮ່ວມມືກ່ຽວກັບແຫຼ່ງນ້ຳ, ການຄ້າ ແລະ ການລົງທຶນ, ເພີ່ມທະວີການຮ່ວມສຳພັນລະຫວ່າງບັນດາປະເທດໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)

top