ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີເປີດ ປະຕູຖານຮັບ-ສົ່ງເອກະສານທາງເອເລັກໂຕນິກ

ນີ້ແມ່ນບາດກ້າວເດີນສໍາຄັນໃນວິວັດການສ້າງລັດຖະບານເອເລັກໂຕນິກຢູ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ພິທີ (ພາບ:chinhphu.vn)

ຕອນບ່າຍວັນທີ 12 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ປະທານຄະນະກໍາມະການແຫ່ງຊາດ ຮັບຜິດຊອບກ່ຽວກັບລັດຖະບານເອເລັກໂຕນິກ ໄດ້ເຂົ້າຮ່ວມພິທີເປີດ ປະຕູຖານຮັບ - ສົ່ງ ເອກະສານ ທາງເອເລັກໂຕນິກ. ນີ້ແມ່ນມາດຕະການເຕັກໂນໂລຢີ ທີ່ໄດ້ຮັບການຜັນຂະຫຍາຍ ຈາກຫ້ອງວ່າການລັດຖະບານຕະຫຼອດຮອດ 95 ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ເພື່ອເຊື່ອມຕໍ່, ຕິດຕໍ່ພົວພັນ, ຮັບ-ສົ່ງເອກະສານ ຜ່ານທາງເອເລັກໂຕນິກ. ກ່າວຄໍາເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ນີ້ແມ່ນບາດກ້າວເດີນສໍາຄັນໃນວິວັດການສ້າງລັດຖະບານເອເລັກໂຕນິກຢູ່ຫວຽດນາມ.

        “ປະຕູຖານ ຮັບ - ສົ່ງເອກະສານ ທາງເອເລັກໂຕນິກ ບໍ່ພຽງແຕ່ປະຢັດຄ່າໃຊ້ຈ່າຍໃນການບໍລິຫານ, ຫຼຸດຜ່ອນເວລາແກ້ໄຂເອກະສານ ເທົ່ານັ້ນ ຫາກຍັງຊ່ວຍການນໍາຂອງອົງການກໍາໄດ້ສະພາບການແກ້ໄຂເອກະສານ ແລະ ວຽກງານເປັນແນວໃດ ຜ່ານລະບົບດັ່ງກ່າວອີກດ້ວຍ. ຈາກນັ້ນ, ໃຫ້ການຊີ້ນໍາຢ່າງທັນການ ເພື່ອແນໃສ່ຍົກສູງຄຸນະພາບ ແລະ ປະສິດທິຜົນໃນການບໍລິຫານ.  ເລື່ອງຜັນຂະຫຍາຍການເຊື່ອມຕໍ່ເອກະສານຜ່ານທາງເອເລັກໂຕນິກຈາກຂັ້ນສູນກາງຕະຫຼອດຮອດທ້ອງຖິ່ນ ຢ່າງສໍາເລັດຜົນ ແມ່ນ ພື້ນຖານເພື່ອຜັນຂະຫຍາຍການເຊື່ອມຕໍ່ບັນດາລະບົບຂໍ້ມູນຂ່າວສານ, ຮັບໃຊ້ໃຫ້ແກ່ການຊີ້ນໍາ, ນໍາພາ, ການບໍລິຫານຂອງລັດຖະບານ, ຂອງນາຍົກລັດຖະມົນຕີ ແລະ ອໍານາດການປົກຄອງຂັ້ນຕ່າງໆ”.

(ແຫຼ່ງຄັດຈາກ VOV)


top