ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນນະຄອນ ເກີນເທີ ປີ 2018

      ໂດຍສືບຕໍ່ລາຍການປະຕິບັດງານຢູ່ບັນດາແຂວງພາກໃຕ້ ຫວຽດນາມ, ຕອນເຊົ້າວັນທີ 10 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນນະຄອນ ເກີນເທີ ປີ 2018.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນນະຄອນ ເກີນເທີ ປີ 2018 (ພາບ: VGP) 
      ເຂົ້າຮ່ວມກອງປະຊຸມມີການນຳບາງກະຊວງ, ຂະແໜງການ, ທ້ອງຖິ່ນ ພ້ອມດ້ວຍຜູ້ແທນຢູ່ພາຍໃນ ແລະ ຕ່າງປະເທດປະມານ 500 ຄົນ.
        ກອງປະຊຸມມີ 3 ວາລະປຶກສາຫາລືດ້ວຍຫົວຂໍ້ວ່າ: ພັດທະນາສູນການບໍລິການເຂດທົ່ງພຽງແມ່ນ້ຳຂອງ, ກະສິກຳມີປະສິດທິຜົນສູງ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ. ທີ່ກອງປະຊຸມ, ການນຳນະຄອນ ເກີນເທີ ຈະປະກາດບັນຊີລາຍຊື່ 54 ໂຄງການສົ່ງເສີມການລົງທຶນເຂົ້າ ເກີນເທີ ດ້ວຍແຫຼ່ງທຶນເກືອບ 124.000 ຕື້ດົ່ງ.  
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອວຍພອນໃຫ້ນະຄອນ ເກີນເທີ ໄດ້ລົງນາມສັນຍາຮ່ວມມືກັບບັນດານັກລົງທຶນ, ດ້ວຍຍອດຈຳນວນທຶນແມ່ນ 85.000 ຕື້ດົ່ງ. ໃນນັ້ນ ບໍ່ພຽງແຕ່ມີໂຄງການຜະລິດດຳເນີນທຸລະກິດເທົ່ານັ້ນ ຫາກຍັງມີບັນດາໂຄງການຂຶ້ນກັບຂົງເຂດບໍລິການ, ເຕັກໂນໂລຊີ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ອີກດ້ວຍ. ທ່ານນາຍົກລັດຖະມົນຕີ ສະເໜີທິດທາງໃໝ່ໃຫ້ແກ່ເກີນເທີວ່າ:
        ຢູ່ ຫວຽດນາມ ມີບັນດານະຄອນ ຫຼື ບັນດານະຄອນທະເລທີ່ໜ້າຢາກດຳລົງຊີວິດຄື: ດ່ານັ້ງ, ໂຫ້ຍອານເກີນເທີ ພັດມີຄວາມສາມາດບົ່ມຊ້ອນກາຍເປັນນະຄອນຂອງແມ່ນ້ຳລຳເຊ, ຕົວເມືອງຊີວະພາບທີ່ໜ້າຢາກດຳລົງຊີວິດ. ຂ້າພະເຈົ້າເວົ້າຄືແນວນັ້ນເພື່ອໃຫ້ບັນດາຂະແໜງ, ຂະແໜງການ, ບັນດາວິສາຫະກິດ, ພິເສດແມ່ນຂະແໜງການທ່ອງທ່ຽວຄວນບືນຕົວຂຶ້ນ, ປະສານສົມທົບກັບບັນດາຂະແໜງ, ຂົງເຂດອື່ນໆ, ຮັດແໜ້ນການຮ່ວມສຳພັນ, ລະບົບມູນຄ່າ, ສ້າງກຳລັງແຜ່ຂະຫຍາຍທາງດ້ານເສດຖະກິດໃຫ້ທົ່ວເຂດທົ່ງພຽງແມ່ນ້ຳຂອງ.
 (ແຫຼ່ງຄັດຈາກ VOV)


top