ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ ACMECS ຄັ້ງທີ 8

      ຕອນເຊົ້າວັນທີ 16 ມິຖຸນາ, ທີ່ ບາງກອກ ປະເທດໄທ, ໄດ້ດຳເນີນກອງປະຊຸມສຸດຍອດຍຸດທະສາດການຮ່ວມມືເສດຖະກິດ ແມ່ນ້ຳ ອາເຢຢາວາດີ - ແມ່ນ້ຳ ເຈົ້າພະຍາ - ແມ່ນ້ຳຂອງ ຄັ້ງທີ 8 (ACMECS 8)

ກອງປະຊຸມ ACMECS ຄັ້ງທີ 8 (ພາບ: VGP)
        ດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີບາງມາດຕະການແນໃສ່ຍົກສູງປະສິດທິຜົນຂອງການຮ່ວມມື ACMECS.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ສະເໜີການຮ່ວມມື ACMECS ຄວນມີການປະກອບສ່ວນໂດຍກົງກ່ວາ ແລະ ກາຍເປັນສ່ວນໜຶ່ງທີ່ບໍ່ອາດຂາດໄດ້ໃນວິວັດທະນາການສ້າງຕັ້ງປະຊາຄົມ ອາຊຽນ ໂດຍຜ່ານການຕິດພັນການຜັນຂະຫຍາຍແຜນການສັງລວມ ACMECS ກັບວິໄສທັດປະຊາຄົມ ອາຊຽນ 2025, ແຜນການສັງລວມກ່ຽວກັບການເຊື່ອມຈອດ ອາຊຽນ ແລະ ບັນດາໂຄງການຮ່ວມມືອື່ນໆຂອງ ອາຊຽນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ສະເໜີບັນດາເນືື້ອໃນການຮ່ວມມືລະອຽດ ໃນບັນດາຂົງເຂດເຊື່ອມຕໍ່ການຄົມມະນາຄົມ, ການຄ້າ ແລະ ການລົງທຶນ, ກະສິກຳ, ການທ່ອງທ່ຽວ, ປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດ.
        ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 9 (CLMV 9). ກອງປະຊຸມໄດ້ຈັດຕັ້ງຂຶ້ນດ້ວຍຫົວຂໍ້ວ່າ “ເພື່ອການເຊື່ອມໂຍງ ແລະ ການເຊື່ອມຕໍ່ຢ່າງເລິກເຊິ່ງກ່ວາ”.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ CLMV
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກອອກ 3 ຈຸດໃຫຍ່ ຊຶ່ງການຮ່ວມມື  CLMV ຄວນເອົາໃຈໃສ່ເພື່ອບັນລຸປະສິດທິຜົນສູງສຸດ. ທີ 1 , ການຮ່ວມມື ACMECS (ຫຼື CLMV) ຄວນເລັ່ງໃສ່ຂົງເຂດຮ່ວມມືທີ່ແທດເໝາະກັບທ່າແຮງຂອງກົນໄກຮ່ວມມື ແລະ ມີຄວາມອາດສາມາດເປັນໄປໄດ້ຢ່າງສູງ. ທີ 2 ແມ່ນມີຫົວຄິດປະດິດສ້າງໃນວິທີປຸກລະດົມແຫຼ່ງກຳລັງ ແລະ ສ້າງບັນດາໂຄງການຮ່ວມລະຫວ່າງຊາດ. ທີ 3 ສ້າງຍຸດທະສາດການຮ່ວມມືໄລຍະກາງ, ໄລຍະຍາວເພື່ອເປັນພື້ນຖານຜັນຂະຫຍາຍບັນດາການເຄື່ອນໄຫວ.
    ສິ້ນສຸດກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມ CLMV 9 ເປັນເຫັນດີເປັນເອກະສັນໃຫ້ປະເທດລາວ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດ CLMV ຄັ້ງທີ 10.
        ແລະກໍໃນຕອນເຊົ້າວັນທີ 16 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ຈະເລີນ ສີລິວັດທະນາພັດດີ ປະທານ ກຸ່ມບໍລິສັດ Thai Beverage.
 (ແຫຼ່ງຄັດຈາກ VOV)


top