ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ຫວຽດນາມກຳນົດເລື່ອງສ້າງຕັ້ງລັດຖະບານເອເລັກໂຕນິກ ແມ່ນຍຸດທະສາດສຳຄັນເພື່ອຮັບໃຊ້ປະຊາຊົນ

      ຝລັ່ງແມ່ນໜຶ່ງໃນບັນດາປະເທດນຳໜ້າກ່ຽວກັບລັດຖະບານເອເລັກໂຕນິກ, ເພາະສະນັ້ນມີປະສົບການດີຫຼາຍຢ່າງທີ່ອາດຈະແປ່ງບັນໃຫ້ແກ່ ຫວຽດນາມ,ເປັນຕົ້ນແມ່ນເມື່ອ ລັດຖະບານ ຫວຽດນາມພວມກຳນົດການສ້າງຕັ້ງລັດຖະບານເອເລັກໂຕນິກແມ່ນຍຸດທະສາສຳຄັນເພື່ອຮັບໃຊ້ປະຊາຊົນ.
      

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່່າວຄຳເຫັນທີ່ພິທີ (VGP/ ກວາງຮຽວ)
      ຕອນບ່າຍວັນທີ 30 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານເອກອັກຄະລັດຖະທູດຝລັ່ງປະຈຳຫວຽດນາມ Bertrand Lortholary ໄດ້ເປັນສັກຂີພິຍານພິທີການລົງນາມເອກະສານຮ່ວມມືກ່ຽວກັບການພັດທະນາລັດຖະບານ ເອເລັກໂຕນິກ ຢູ່ ຫວຽດນາມ ລະຫວ່າງ ທ່ານ ມາຍຕຽນຢູງ ຫົວໜ້າຫ້ອງວ່າການລັດຖະບານ ແລະ ທ່ານ  Jean-Pierre Marcelli ຜູ່ອຳນວຍການອົງການພັດທະນາຝລັ່ງ(AFD).
        ກ່າວຄຳເຫັນທີ່ພິທີລົງນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໃຫ້ຮູ້ວ່າ ຕາມການຕີລາຄາຂອງ ສະຫະປະຊາຊາດແລ້ວ, ຝລັ່ງແມ່ນໜຶ່ງໃນບັນດາປະເທດນຳໜ້າກ່ຽວກັບລັດຖະບານເອເລັກໂຕນິກ, ເພາະສະນັ້ນມີປະສົບການດີຫຼາຍຢ່າງທີ່ອາດຈະແປ່ງບັນໃຫ້ແກ່ ຫວຽດນາມ,ເປັນຕົ້ນແມ່ນເມື່ອ ລັດຖະບານ ຫວຽດນາມພວມກຳນົດການສ້າງຕັ້ງລັດຖະບານເອເລັກໂຕນິກແມ່ນຍຸດທະສາສຳຄັນເພື່ອຮັບໃຊ້ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຊື່ອໝັ້ນວ່າຂໍ້ຕົກລົງການຮ່ວມມືລະຫວ່າງຫ້ອງວ່າການລັດຖະບານ ຫວຽດນາມ ແລະ ອົງການພັດທະນາຝລັ່ງຈະປະກົດຜົນສຳເລັດ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ສະຖານທູດຝລັ່ງປະຈຳ ຫວຽດນາມ ພ້ອມກັບບັນດາອົງການທີ່ມີສິດອຳນາດຂອງລັດຖະບານ ຫວຽດນາມໜູນຊ່ວຍບັນດາບັນຫາທີ່ຈຳເປັນເພື່ອຜັນຂະຫຍາຍຂໍ້ຕົກລົງນີ້ຢ່າງມີປະສິດທິຜົນ.
         ສ່ວນທ່ານເອກອັກຄະລັດຖະທູດຝລັ່ງປະຈຳຫວຽດນາມ Bertrand Lortholary ໃຫ້ຮູ້ວ່າ: ໃນໄລຍະທີ່ຜ່ານມາ, ຝລັ່ງໄດ້ຈັດສົ່ງນັກຊ່ຽວຊານຫຼາຍທ່ານມາຫວຽດນາມເພື່ອໜູນຊ່ວຍໃນການກໍ່ສ້າງລັດຖະບານເອເລັກໂຕນິກຢູ່ ຫວຽດນາມ, ກໍ່ຄືການສ້າງຕັ້ງຂອບນິຕິກຳ, ປະສົບການໃນການສ້າງຕັ້ງ ແລະ ວິທີການເຄື່ອນໄຫວລັດຖະບານເອເລັກໂຕນິກ, ສ້າງໂຄງປະກອບປະຕູຖານຂໍ້ມູນເອເລັກໂຕນິກແຫ່ງຊາດດ້ວຍບັນດາບໍລິການສາທາລະນະເພື່ອຮັບໃຊ້ປະຊາຊົນ.
(ແຫຼ່ງຄັດຈາກ VOV)


top