ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສົ່ງຈົດໝາຍອວຍພອນບຸນປີໃໝ່ Choi Chanm Thmay

      ເນື່ອງໃນໂອກາດບຸນປີໃໝ່ Choi Chnam Thmay 2019, ວັນທີ 02 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍອວຍພອນບຸນປີໃໝ່ Choi Chnam Thmay ເຖິງພະສົງສຳມະເນນ ແລະ ພໍ່ແມ່ຊາວເຜົ່າຂະແມທັງຢູ່ພາຍໃນ ແລະ ຕ່າງປະເທດ. 
            ເນື້ອໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຂຽນວ່າ: ໃນຊຸມປີຜ່ານມາ, ດ້ວຍຄວາມສາມັກຄີ, ເປັນເອກະພາບ, ຮ່ວມແຮງຮ່ວມໃຈຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ, ປະເທດຊາດບັນລຸໄດ້ຜົນງານສຳຄັນຫລາຍຢ່າງ, ຮອບດ້ານໃນທຸກຂົງເຂດ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ, ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້ຮັບການເພີ່ມທະວີຢ່າງໝັ້ນແກ່ນ. ໃນຜົນງານພັດທະນາລວມຂອງທົ່ວປະເທດ, ມີຄວາມມານະພະຍາຍາມ, ການປະກອບສ່ວນອັນໃຫຍ່ຫລວງຂອງພໍ່ແມ່ປະຊາຊົນ ແລະ ບັນດາພະສົງສຳມະເນນຊາວເຜົ່າຂະແມ.
        ປີ 2019, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ບັນດາພະສົງສຳມະເນນ ແລະ ພໍ່ແມ່ຊາວເຜົ່າຂະແມທັງຢູ່ພາຍໃນ ແລະ ຕ່າງປະເທດ ຈະສືບຕໍ່ສາມັກຄີກັນ, ສູ້ຊົນຍາດໄດ້ບັນດາຜົນງານອັນໃຫຍ່ຫລວງກ່ວາອີກ ໃນການພັດທະນາເສດຖະກິດ - ສັງຄົມ, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳພື້ນເມືອງ. ອວຍພອນໃຫ້ບັນດາພະສົງສຳມະເນນ ແລະ ພໍ່ແມ່ຊາວເຜົ່່າຂະແມທັງຢູ່ພາຍໃນ ແລະ ຕ່າງປະເທດ ຕ້ອນຮັບບຸນປີໃໝ່ Choi Chnam Thmay 2019 ໃນບັນຍາກາດທີ່ເຕັມໄປດ້ວຍຄວາມອົບອຸ່ນ, ເບີກບານມ່ວນຊື່ນ ແລະ ມີຄວາມຜາສຸກ.
 (ແຫຼ່ງຄັດຈາກ VOV)


top