ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບຜູ້ວ່າການລັດທັງເປັນເຈົ້າຄອງນະຄອນ Berlin

      ຕອນເຊົ້າວັນທີ 6 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານMichael Muller ຜູ້ວ່າການລັດ ທັງເປັນເຈົ້າຄອງນະຄອນຫລວງ Berlin.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະ
ກັບທ່ານ Michael Mullerຜູ້ວ່າການລັດທັງເປັນເຈົ້າຂອງນະຄອນBerlin
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແຈ້ງໃຫ້ເຈົ້າຄອງນະຄອນ ຮັບຊາບກ່ຽວກັບຈຸດປະສົງການຢ້ຽມຢາມ ເຢຍລະມັນຄັ້ງນີ້ ເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າ ແລະ ສະເຫນີ ໃຫ້ ຜູ້ວ່າການລັດ ແບ່ງປັນບົດຮຽນໃນການວາງແຜນຜັງ, ພັດທະນາຕົວເມືອງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກສະເຫນີ ອຳນາດການປົກຄອງນະຄອນ Berlin ສະຫນັບສະຫນູນໂຄງການ ໂຮງຮຽນລ້ຽງເດັກສອງພາສາ ເຢຍລະມັນ ແລະ ຫວຽດນາມ ແລະ ຫນູນຊ່ວຍບັນດາສູນການຄ້າຂອງຊາວຫວຽດນາມ ກໍຄືບັນດາໂຄງການຮ່ວມມື, ລົງທຶນຂອງຫວຽດນາມ ຢູ່ ເຢຍລະມັນ. 
 (ແຫຼ່ງຄັດຈາກ VOV) 

top