ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບນາຍົກລັດຖະມົນຕີ ລັດເຊຍ ແລະ ປະທານາທິບໍດີ ຟິລີບປີນ

      ເນື່ອງໃນໂອກາດກອງປະຊຸມສຸດຍອດ ອາຊຽນ 31 ແລະ ບັນດາກອງປະຊຸມກ່ຽວຂ້ອງ, ວັນທີ 14 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ແລະ ປະທານາທິບໍດີ ຟິລີບປີນ  Rodrigo Duterte. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev
      ທີ່ການພົບປະກັບນາຍົກລັດຖະມົນຕີ ລັດເຊຍ D.Medvedev, ການນຳສອງທ່ານເຫັນດີຍູ້ແຮງການຜັນຂະຫຍາຍບັນດາມາດຕະການ ເພື່ອເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນການຮ່ວມມືອັນໃຫຍ່ຫລວງລະຫວ່າງສອງປະເທດ, ເປີດກວ້າງການແລກປ່ຽນດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ລັດເຊຍ ເຫັນດີ ແລະ ຢັ້ງຢືນ ຝ່າຍລັດເຊຍ ຈະສືບຕໍ່ເພີ່ມການນຳເຂົ້າບັນດາຜະລິດຕະພັນສິນໃນນ້ຳຂອງຫວຽດນາມ.
      
 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບນາຍົກລັດຖະມົນຕີ ລັດເຊຍ ແລະ ປະທານາທິບໍດີ ຟິລີບປີນ  - ảnh 2 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບ ປະທານາທິບໍດີ ຟິລີບປີນ  Rodrigo Duterte. 
      ທີ່ການພົບປະລະຫວ່າງ ປະທານາທິບໍດີ ຟີລີບປີນ ແລະ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ການນຳສອງທ່ານເຫັນດີ ຮັກສາການຢ້ຽມຢາມ ແລະພົບປະຂັ້ນສູງ ແລະ ບັນດາກົນໄກຮ່ວມມືສອງຝ່າຍເປັນປະຈຳ, ເພີ່ມທະວີການແລກປ່ຽນດ້ານການຄ້າ, ສົມທົບກັນໃນບັນດາຂົງເຂດປ້ອງກັນຕ້ານຢາເສບຕິດ ແລະ ອາດຊະຍາກຳ, ການຮ່ວມມືຄວາມໝັ້ນຄົງຢູ່ທະເລ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ສອງຝ່າຍຕັ້ງຫນ້າຜັນຂະຫຍາຍບັນດາຂໍ້ຕົກລົງທີ່ມີຢູ່ແລ້ວ.
 (ແຫຼ່ງຄັດຈາກ VOV)


top