ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ລາວ

      ວັນທີ 26 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ລາວ ບຸນທອງ ຈິດມະນີ.
 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ
ທ່ານຮອງນາຍົກລັດຖະມົນຕີ ລາວ ບຸນທອງ ຈິດມະນີ.
      ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອີກຄັ້ງໜຶ່ງໄດ້ສົ່ງຄຳຢື້ຢາມຖາມຂ່າວ, ແບ່ງເບົາຢ່າງສຸດຊື້ງມາຍັງພັກ, ລັດຖະບານ, ປະຊາຊົນ ລາວ ກ່ຽວກັບຄວາມໂສກເສົ້າເສຍດາຍ, ເສຍຫາຍຢ່າງໜັກໜ່ວງໃນເຫດເຂື່ອນກັ້ນນ້ຳແຕກຢູ່ແຂວງ ອັດຕະປື. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍປະຊາຊົນ ລາວ ແກ້ໄຂຜົນຮ້າຍຢ້ອນຫລັງ, ຟື້ນຟູການຜະລິດ, ກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ. ສ່ວນທ່ານຮອງນາຍົກລັດຖະມົນຕີ ລາວ ບຸນທອງ ຈິດມະນີ ໄດ້ສົ່ງຄຳຂອບອົກຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ການນຳພັກ, ລັດ, ປະຊາຊົນ ຫວຽດນາມ ທີ່ໄດ້ຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ຊ່ວຍເຫຼືອປະຊາຊົນ ລາວ ແກ້ໄຂຜົນຮ້າຍຢ້ອນຫລັງຈາກເຫດເຂື່ອນກັ້ນນ້ຳແຕກຢູ່ແຂວງ ອັດຕະປື ຢ່າງທັນການ.
        ເມື່ອແລກປ່ຽນກັບທ່ານຮອງນາຍົກລັດຖະມົນຕີ ລາວ ບຸນທອງ ຈິດມະນີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກເພື່ອເພີ່ມທະວີການຮ່ວມມືກ່ຽວກັບວຽກງານກວດກາ, ແກ້ໄຂການຮ້ອງທຸກ, ກ່າວຟ້ອງ, ປ້ອງກັນຕ້ານການສໍ້ລາດບັງຫລວງ, ໃນນັ້ນມີເລືື່ອງຮັບ ແລະ ກໍ່ສ້າງພະນັກງານກວດກາຕາມຄຳຮຽກຮ້ອງຂອງອົງການກວດກາລັດຖະບານ ລາວ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ: ອົງການກວດກາລັດຖະບານ 2 ປະເທດຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື, ຍົກສູງປະສິດທິຜົນຂອງການກວດກາ, ປະກອບສ່ວນເຂົ້າວຽກງານເພີ່ມພູນຄູນສ້າງ, ຊຸກຍູ້ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ຫລາຍ    ກ່ວາອີກ.
 (ແຫຼ່ງຄັດຈາກ VOV)

top