ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ອໍານວຍໃຫຍ່ການອົງການ PEMANDU ມາເລເຊຍ

ຕອນບ່າຍວັນທີ 18 ກໍລະກົດ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Dato Sri Idris Jala, ຜູ້ອໍານວຍການໃຫຍ່ ທັງເປັນປະທານສະພາບໍລິຫານອົງການຄຸ້ມຄອງ ແລະ ຮັບປະກັນປະສິດທິຜົນລັດຖະບານ ມາເລເຊຍ (PEMANDU) ແລະ ຄະນະນັກຊ່ຽວຊານທະນາຄານໂລກ (WB). 


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກຕ້ອນຮັບທ່ານ Dato Sri Idris Jala, ຜູ້ອໍານວຍການໃຫຍ່ ທັງເປັນປະທານສະພາບໍລິຫານອົງການຄຸ້ມຄອງ ແລະ ຮັບປະກັນປະສິດທິຜົນລັດຖະບານ ມາເລເຊຍ

(ພາບ:thutuong.chinhphu.vn)

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍການມາຢ້ຽມຢາມຫວຽດນາມ ຂອງທ່ານ Dato Sri Idris Jala; ຕີລາຄາຜົນສໍາເລັດຂອງການເຈລະຈາລະຫວ່າງທ່ານ Dato Sri Idris Jala ກັບ ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ.

        ເມື່ອເນັ້ນໜັກເຖິງເລື່ອງ ຫວຽດນາມ ແລະ ມາເລເຊຍ ແມ່ນສອງປະເທດທີ່ມີຄວາມສະໜິດຕິດພັນໃນກຸ່ມອາຊຽນ, ພ້ອມກັນແບ່ງປັນບັນດາບົດຮຽນທີ່ປະສົບຜົນສໍາເລັດ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ມາເລເຊຍ ກໍແມ່ນໜຶ່ງໃນບັນດາປະເທດມີ ການລົງທຶນໃຫຍ່ຢູ່ຫວຽດນາມ ແລະ ມີບົດຮຽນຫຼາຍຢ່າງກ່ຽວກັບການປັບປຸງສິ່ງແວດລ້ອມແຫ່ງການລົງທຶນ ແລະ ດໍາເນີນທຸລະກິດ.

(ແຫຼ່ງຄັດຈາກ VOV)



top