ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ອຳນວຍການໃຫຍ່ OFID

      ຕອນເຊົ້າວັນທີ 23 ພຶດສະພາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Suleiman Jasir Al – Herbish, ຜູ້ອຳນວຍການໃຫຍ່ກອງທຶນພັດທະນາສາກົນຂອງອົງການບັນດາປະເທດສົ່ງອອກນ້ຳມັນບໍ່ (OFID). 

ທ່ານ Suleiman Jasir Al – Herbish, ຜູ້ອຳນວຍການ OFID ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
      ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ປາດຖະໜາວ່າ OFID ສືບຕໍ່ຮ່ວມມືກ່ຽວກັບການໜູນຊ່ວຍດ້ານເຕັກນິກໃຫ້ບັນດາຂົງເຂດ OFID ມີຄວາມຊຳນານງານໃນການອຸປະຖຳ ຜ່ານບັນດາບ້ວງເງິນຊ່ວຍເຫຼືອລ້າ ແລະ ຊ່ວຍ ຫວຽດນາມ ສຳພັດກັບບັນດາແຫຼ່ງທຶນຂອງ OFID ດ້ວຍອັດຕາດອກເບ້ຍບຸລິມະສິດກ່ວາ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ OFID ສືບຕໍ່ບຸລິມະສິດອຸປະຖຳໃຫ້ບັນດາໂຄງການ, ບັນດາທ້ອງຖິ່ນມີຄວາມສາມາດກູ້ຢຶມແຫຼ່ງເງິນກູ້ຢຶມ OFID ຂອງລັດຖະບານ. ຫວຽດນາມ ຈະສົມທົບກັບ OFID ເພື່ອສ້າງບັນດາໂຄງການ, ລາຍການຕອບສະໜອງບຸລິມະສິດຂອງ OFID ກໍ່ຄືຕອບສະໜອງການກຳນົດທິດຍຸດທະສາດພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ. ແລະເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາຂອງຂົງເຂດເສດຖະກິດພາກເອກະຊົນ, ທ່ານນາຍົກລັດຖະມົນຕີ ຫວັງວ່າ OFID ສ້າງເງື່ອນໄຂເພື່ອໃຫ້ຂົງເຂດນີ້ສຳຜັດກັບບັນດາແຫຼ່ງກຳລັງ ແລະ ການໜູນຊ່ວຍຂອງ OFID; ການຮ່ວມມືແລກປ່ຽນເພື່ອສົ່ງເສີມບັນດາບາດກ້າວກ່ຽວກັບການກູ້ຢຶມຂອງພາກເອກະຊົນ.
(ແຫຼ່ງຄັດຈາກ VOV)

top