ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

      ຕອນບ່າຍວັນທີ 24 ມິຖຸນາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດລາຊະອານາຈັກ ກຳປູເຈຍ Samdech Heng Samrin ພວມຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການ. 

ທ່ານ ຫງວຽນຊວນຟຸກ ແລະ ທ່ານ Samdech Heng Samrin
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: 50 ປີຜ່ານມາ ແມ່ນໄລຍະພິເສດຂອງການພົວພັນ 2 ປະເທດ, ໄລຍະທີ່ປະຊາຊົນ 2 ປະເທດສາມັກຄີ, ພ້ອມແລ້ວທີ່ຈະເສຍສະຫຼະຊີວິດຂອງຕົນໃຫ້ກັນ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ນີ້ແມ່ນຊັບສົມບັດອັນລ້ຳຄ່າ, ສັກກະລະບູຊາຂອງ 2 ຊາດ ຊຶ່ງ ຫວຽດນາ  ແລະ ກຳປູເຈຍ ພິເສດແມ່ນລຸ້ນໜຸ່ມຕ້ອງມີຄວາມຮັບຜິດຊອບຮັກສາ ແລະ ເພີ່ມພູນຄູນສ້າງໃນໄລຍະຈະມາເຖິງໃຫ້ດີກ່ວາອີກ.
        ສ່ວນທ່ານປະທານສະພາແຫ່ງຊາດ Samdech Heng Samrin ສະແດງຄວາມເອກອ້າງທະນົງໃຈເມື່ອຮັບຮູ້ວ່າ ໃນ 50 ປີຜ່ານມາ, ການພົວພັນ 2 ປະເທດພວມພັດທະນາຢ່າງແຂງແຮງ, ດີງາມບົນທິດນຳບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງປະຊາຊົນ 2 ປະເທດ; ນຳມາເຊິ່ງຄວາມວັດທະນາຖາວອນ, ສີວິໄລໃຫ້ 2 ປະເທດ ແລະ ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລ ໂລກ. ທ່ານປະທານສະພາແຫ່ງຊາດ ກຳປູເຈຍ ກໍ່ຢັ້ງຢືນວ່າ: ກຳປູເຈຍ ຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ທີ່ສະຫງວນໃຫ້ປະຊາຊົນ ກຳປູເຈຍ ໃນການຕໍ່ສູ້ປົດປ່ອຍຊາດ ແລະ ໃນການສ້າງສາ ແລະ ພັດທະນາປະເທດ.
 (ແຫຼ່ງຄັດຈາກ VOV)
 

top