ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດການຄ້າເອເລັກໂຕນິກ Alibaba

      ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ ໃນການກໍ່ສ້າງ, ຝຶກອົບຮົບທັກສະກ່ຽວກັບການຄ້າເອເລັກໂຕນິກ,

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Jack Ma ປະທານກຸ່ມບໍລິສັດການຄ້າເອເລັກໂຕນິກ Alibaba
      ກ່າວຄຳເຫັນທີ່ການຕ້ອນຮັບ ດຳເນີນໃນຕອນເຊົ້າວັນທີ 06 ພະຈິກ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຊົມເຊີຍທ່ານ Jack Ma ມາເຂົ້າຮ່ວມເວທີປາໄສຊຳລະການເອເລັກໂຕນິກ ຫວຽດນາມ (VEPF) ແລະ ພົບປະກັບໄວໜຸ່ມ, ປະຊາຄົມເລີ່ມທຸລະກິດຢູ່ ຫວຽດນາມ. ກ່ຽວກັບການພົບປະກັບນັກສຶກສາ ຫວຽດນາມ 3000 ຄົນໃນຕອນບ່າຍວັນທີ 06 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ທ່ານ Jack Ma ຈະສົ່ງອາລົມ ແລະ ປຸກລຸກຈິດໃຈປະດິດສ້າງ, ເລີ່ມທຸລະກິດຢ່າງແຮງໃຫ້ໄວໜຸ່ມ ຫວຽດນາມ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີກຸ່ມບໍລິສັດການຄ້າເອເລັກໂຕນິກ Alibaba ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ ໃນການກໍ່ສ້າງ, ຝຶກອົບຮົບທັກສະກ່ຽວກັບການຄ້າເອເລັກໂຕນິກ, ໝູນໃຊ້ບັນດາຮູບການດຳເນີນທຸລະກິດ, ເປັນຕົ້ນແມ່ນ ຊ່ວຍບັນດາວິສາຫະກິດຂະໜາດນ້ອຍທີ່ສຸດ ແລະ ປະຊາຊົນໄດ້ສຳພັດກັບການຄ້າເອເລັກໂຕນິກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ Alibaba ຈະຊ່ວຍຊາວກະສິກອນ, ບັນດາພໍ່ຄ້າແມ່ຄ້າ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງຂອງ ຫວຽດນາມ ສົ່ງອອກສິນຄ້າອອກສູ່ໂລກ.
        ສ່ວນທ່ານ Jack Ma ໄດ້ສະແດງຄວາມເຫັນດີຕໍ່ບັນດາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນນັ້ນ ມີການສ້າງຮ້ານຂາຍອອນລາຍລະດັບຊາດຂອງ ຫວຽດນາມ ໃນເວັບໄຊ Alibaba; ພ້ອມທັງໃຫ້ຮູ້ວ່າ: ຈະຊຸກຍູ້ທຸກການຮ່ວມມື ເພື່ອປະກອບສ່ວນ ພັດທະນາການຄ້າເອເລັກໂຕນິກຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

top