ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກວດກາວຽກງານກະກຽມໃຫ້ແກ່ວັນບຸນວິສາຂະບູຊາ 2019

ຄາດວ່າ, ເຫດການດັ່ງກ່າວ ຈະຕ້ອນຮັບຜູ້ແທນທັງຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມກັບບັນດາ ພຸດທະສາສະນິກກະຊົນເຂົ້າຮ່ວມ ປະມານກວ່າ 10.000 ຄົນ.

ກ່ອນເວລາດໍາເນີນວັນບຸນວິສາຂະບູຊາ (Vesak) ສະຫະປະຊາຊາດ ປີ 2019 ເປັນເວລາ 03 ເດືອນເຕັມ, ວັນທີ 12 ກຸມພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງກວດກາວຽກງານກະກຽມ ຢູ່ ສູນວັດທະນະທໍາພຸດທະສາສະໜາ ຕາມຈຸກ, ຕາແສງ ບາຊາວ, ເມືອງ ກິມບ໋າງ, ແຂວງ ຮ່ານາມ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ລົງກວດກາວຽກງານກະກຽມ ຢູ່ ສູນວັດທະນະທໍາພຸດທະສາສະໜາ ຕາມຈຸກ, ຕາແສງ ບາຊາວ, ເມືອງ ກິມບ໋າງ, ແຂວງ ຮ່ານາມ 

ວັນບຸນວິສາຂະບູຊາ 2019 ຄາດວ່າ ຈະດໍາເນີນໃນລະຫວ່າງວັນທີ 12 - 14 ພຶດສະພາ ຈະມາເຖິງ, ດ້ວຍຫົວຂໍ້ວ່າ “ວິທີການສໍາຜັດກັບພຸດທະສາສະໜາ ກ່ຽວກັບການນໍາພາທົ່ວໂລກ ແລະ ໜ້າທີ່ພ້ອມກັນແບ່ງປັນ ເພື່ອສັງຄົມຍືນຍົງ”. ຄາດວ່າ, ເຫດການດັ່ງກ່າວ ຈະຕ້ອນຮັບຜູ້ແທນທັງຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມກັບບັນດາ ພຸດທະສາສະນິກກະຊົນເຂົ້າຮ່ວມ ປະມານກວ່າ 10.000 ຄົນ.

        ຈາກຄວາມສໍາຄັນຂອງເຫດການດັ່ງກ່າວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ແຂວງ ຮ່ານາມ  ແລະ ເຈົ້າຂອງລົງທຶນ ຮັບປະກັນຄວາມຄືບໜ້າກໍ່ສ້າງສໍາເລັດບັນດາລາຍການຂອງກິດຈະການ ເຊິ່ງເປັນສະຖານທີ່ດໍາເນີນເຫດການວັດທະນະທໍາພຸດທະສາສະໜາທີ່ມີຂອບຂະໜາດໃຫຍ່ນີ້. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ເຖິງວ່າ ຫວຽດນາມ ມີບົດຮຽນໃນການຈັດຕັ້ງວັນບຸນວິສາຂະບູຊາ ສປຊ ປະສົບຜົນສໍາເລັດ 02 ຄັ້ງ ແລ້ວ ກໍຕາມ (ປີ 2008 ແລະ 2014), ແຕ່ ບັນດາຫົວໜ່່ວຍ ແລະ ອົງການຈັດຕັ້ງຕ່າງໆ ບໍ່ຄວນຖືເບົ່າ, ໂດຍສະເພາະແມ່ນໃນການກະກຽມບັນດາກອງປະຊຸມ ແລະ ວຽກງານພະລາທິການ; ສູ້ຊົນເພື່ອໃຫ້ວັນບຸນວິສາຂະບູຊາ 2019 ສືບຕໍ່ປະສົບຜົນສໍາເລັດ, ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ເພື່ອນມິດສາກົນ ກ່ຽວກັບພາບພົດຂອງປະເທດຊາດ, ປະຊາຊົນ, ວັດທະນະທໍາ ແລະ ການເຄື່ອນໄຫວສາສະໜາຢູ່ຫວຽດນາມ. 

(ແຫຼ່ງຄັດຈາກ VOV)


top