ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ເຂົ້າຮ່ວມພິທີເປີດຕົວລະບົບຖານຂໍ້ມູນແຫ່ງຊາດກ່ຽວກັບຊຸມຊົນ

ຕອນບ່າຍວັນທີ 25 ກຸມພາ,  ຢູ່ ຮ່າໂນ້ຍ ກະຊວງຕຳຫລວດຫວຽດນາມ ໄດ້ຈັດຕັ້ງພິທີເປີດຕົວລະບົບຖານຂໍ້ມູນແຫ່ງຊາດກ່ຽວກັບຊຸມຊົນ ແລະ ໂຄງການຜະລິດ ສະຫນອງ ແລະ ຄຸ້ມຄອງບັດປະຈຳຕົວ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ກ່າວຄຳເຫັນທີ່ພິທີ. ພາບ:VGP
ກ່າວຄຳເຫັນນະພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຍ້ອງຍໍບັນດາຄວາມມານະພະຍາຍາມຂອງກະຊວງຕຳຫລວດໃນການກໍ່ສ້າງຖານຂໍ້ມູນດັ່ງກ່າວ ແລະ ຕີລາຄາວ່າ ເລື່ອງເປີດຕົວຖານຂໍ້ມູນແຫ່ງຊາດກ່ຽວກັບຊຸມຊົນ ແມ່ນຂີດໝາຍສຳຄັນໃນວິວັດການສ້າງລັດຖະບານ ເອເລັກໂຕນິກ ມຸ່ງໄປເຖິງລັດຖະບານ ເສດຖະກິດ ດີຈີຕອນ ສັງຄົມດີຈີຕອນ ຊ່ວຍປ່ຽນໃຫມ່ການຄຸ້ມຄອງຊຸມຊົນຕາມທິດທັນສະໄຫມ ຕອບສະຫນອງຄວາມຕ້ອງການເຊື່ອມໂຍງເຂົ້າກັບສາກົນ. ພວກເຮົາເຊື່ອໝັ້ນວ່າ ຖານຂໍ້ມູນແຫ່ງຊາດກ່ຽວກັບຊຸມຊົນ ຈະປະກອບສ່ວນເຂົ້າໃນສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ, ຫລຸດຜ່ອນລາຍຈ່າຍໃຫ້ເຂົາເຈົ້າ ປະກອບສ່ວນຍົກສູງສະມັດຕະພາບແຮງງານຫວຽດນາມ ປະກອບສ່ວນສຳຄັນເຂົ້າໃນຍຸດທະສາດດີຈີຕອນແຫ່ງຊາດຂອງຫວຽດນາມ.
(ແຫຼ່ງຄັດຈາກ VOV)

top