ຂ່າວສານ

ທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ຕອນຄໍ່າວັນທີ 26 ສິງຫາ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad  ໄດ້ມາຮອດຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຕາມຄໍາເຊື້ອເຊີນຂອງທ່ານນາຍົກລັດຖະມົນຫວຽດນາມ ຫງວຽນຊວັນຟຸກ.

ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamadຢູ່ສະໜາມບິນ (ພາບ:
 TTXVN)

ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad  ຄັ້ງນີ້ ຖືກດໍາເນີນໃນສະພາບການພົວພັນລະຫວ່າງສອງປະເທດມີີຄວາມຄືບໜ້າສະດວກຫຼາຍຢ່າງ. ການພົວພັນດ້ານການເມືອງນັບມື້ນັບໃກ້ຊິດຕິດແທດ ແລະ ມີຄວາມໄວ້ເນື້ອເຊື່ອໃຈ. ສອງຝ່າຍຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ. ການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດເສດຖະກິດ-ການຄ້າ, ການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ, ແຮງງານ, ການທ່ອງທ່ຽວກໍ່ໄດ້ຮັບການຊຸກຍູ້. ສອງປະເທດສົມທົບກັນຢ່າງມີປະສິດທິຜົນໃນບັນດາເວທີປາໄສລະດັບພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນ ອາຊຽນ ແລະ ສປຊ.
(ແຫຼ່ງຄັດຈາກ VOV)

top