ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ດ້ວຍບັນດາບົດຮຽນອັນລ້ຳຄ່າໃນວິວັດການພັດທະນາປະເທດຊາດ

ຕອນເຊົ້າວັນທີ 01 ມີນາ, ຢູ່ເຂດອະນຸສາວະລີ ທ່ານ ຟ້າມວັນດົ່ງ ນາຍົກລັດຖະມົນຕີ ຫວຽດນາມ, ຕາແສງ ໂມ້ດຶກ, ແຂວງ ກວາງງ້າຍ ໄດ້ຈັດພິທີສະເຫຼີມສະຫຼອງ 120 ປີແຫ່ງວັນເກີດ ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ (01 ມີນາ 1906 – 01 ມີນາ 2026).
  (ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ເຫດການ)  
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເຫດການ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ຊີວິດ ແລະ ພາລະກິດການປະຕິວັດຂອງ ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ທີ່ໄດ້ປະໄວ້ໃຫ້ມີຫຼາຍບົດຮຽນອັນລ້ຳຄ່າ, ແທດຈິງຕໍ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ. ນັ້ນແມ່ນ: ຢືດໝັ້ນຕໍ່ອຸດົມຄະຕິ, ໝັ້ນຄົງເຂັ້ມແຂງຕໍ່ທຸກຄວາມຫຍຸ້ງຍາກ, ສິ່ງທົດສອບ, ຕະຫຼອດຊີວິດຈົງຮັກພັກດີຕໍ່ເປົ້າໝາຍເອກະລາດຊົນຊາດ ຕິດພັນກັບລັດທິສັງຄົມນິຍົມ; ສ້າງສາປະເທດຊາດເປັນຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ຖືປະຊາຊົນເປັນໃຈກາງ… ໂດຍສະແດງຄວາມຮູ້ບູນຄຸນ ແລະ ຕອບບຸນແທນຄຸນຢ່າງເລິກເຊິ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນຄວາມຕັດສິນໃຈຈະສືບທອດ ແລະ ເສີມຂະຫຍາຍບັນດາຄຸນຄ່າ, ມໍລະດົກອັນໃຫຍ່ຫຼວງທີ່ ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ໄດ້ປະໄວ້ໃຫ້ລຸ້ນຫຼັງ, ໃຫ້ແກ່ພາລະກິດສ້າງສາປະເທດ ຫວຽດນາມ ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ, ຜາສຸກ, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງເຂັ້ມແຂງ.

top