ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ: ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນໃນບໍ່ວ່າສະພາບການໃດ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ

ຕອນເຊົ້າວັນທີ 23 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ໄດ້ລົງຢື້ຢາມຖາມຂ່າວ, ມອບຂອງຂວັນ, ອວຍພອນບຸນເຕັດ ພະນັກງານ, ປະຊາຊົນ, ກຳລັງປະກອບອາວຸດຢູ່ນະຄອນ ເກີນເທີ.
ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງມອບຂອງຂວັນໃຫ້ຄອບຄົວໃນເປົ້າໝາຍນະໂຍບາຍ. ພາບ:VGP

ເມື່ອມອບຂອງຂວັນຄອບຄົວໃນເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ຄົນງານ ກຳມະກອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19.. ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຢືນຢັນ: ໃນບໍ່ວ່າສະພາບການ, ເງື່ອນໄຂແນວໃດ, ພັກ, ລັດ ກໍ່ພະຍາຍາມຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ.

ນະຄອນ ເກີນທີ ຄວນຈັດຕັ້ງໃຫ້ປະຊາຊົນຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ, ປອດໄພ, ເປັນຕົ້ນແມ່ນເປົ້າໝາຍນະໂຍບາຍ ແລະ ຜູ້ມີຄວາມສ່ຽງ. ຄຽງຂ້າງນັ້ນ ປະຊາຊົນ ຄວນປະຕິບັດບັນດາມາດຕະການປ້ອງກັນຕ້ານໂລກລະບາດໃຫ້ເປັນຢ່າງດີ, ປະຕິບັດບັນດາຂໍ້ກຳນົດຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

ໃນວັນດຽວກັນ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ລົງຢື້ຢາມຖາມຂ່າວ, ອວຍພອນບຸນເຕັດພະນັກງານ, ນັກຮົບ ກອງບັນຊາການທະຫານເຂດ 9 ແລະ ພະນັກງານຕຳຫລວດ ນະຄອນ ເກີນເທີ.

(ແຫຼ່ງຄັດຈາກ VOV)


top