ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄປຮອດນະຄອນຫຼວງ ວຽງຈັນ ເຂົ້າຮ່ວມກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງສາກົນ

ການເຂົ້າຮ່ວມຂອງປະຊຸມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເປັນການສະແດງໃຫ້ເຫັນຄຳໝັ້ນສັນຍາດ້ານການເມືອງ ແລະ ບົດບາດຂອງ ຫວຽດນາມ - ເຊິ່ງແມ່ນສະມາຊິກຕັ້ງໜ້າ ແລະ ສ້າງສາໃນການເຂົ້າຮ່ວມບັນດາການເຄື່ອນຫວຂອງສະມາຄົມທຸກຂັ້ນ.
 
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໄດ້ໄປຮອດສະໜາມບິນ ວັດໄຕ (ພາບ: VGP)  

ຕອນຄ່ຳວັນທີ 04 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໄດ້ໄປຮອດສະໜາມບິນ ວັດໄຕ, ນະຄອນຫຼວງ ວຽງຈັນ, ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງສາກົນຄັ້ງທີ 4 ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.

ການເຂົ້າຮ່ວມຂອງປະຊຸມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເປັນການສະແດງໃຫ້ເຫັນຄຳໝັ້ນສັນຍາດ້ານການເມືອງ ແລະ ບົດບາດຂອງ ຫວຽດນາມ - ເຊິ່ງແມ່ນສະມາຊິກຕັ້ງໜ້າ ແລະ ສ້າງສາໃນການເຂົ້າຮ່ວມບັນດາການເຄື່ອນຫວຂອງສະມາຄົມທຸກຂັ້ນ ແລະ ເວທີປາໄສຮ່ວມມືໃນທຸກຂົງເຂດ ຜ່ານບັນດາຂໍ້ລິເລີ່ມ, ການຂົນຂວາຍ, ຊຸກຍູ້ ແລະ ຕັ້ງໜ້າປະກອບສ່ວນດ້ານການເງິນຢ່າງກະໂດດຂັ້ນ, ຂໍ້ມູນຂ່າວສານ, ນັກຊ່ຽວຊານ… ພ້ອມກັນນັ້ນ, ຢືນຢັນເລື່ອງ ຫວຽດນາມ ເປັນສະມາຊິກນຳໜ້າໃນຄວາມມານະພະຍາຍາມເພື່ອຍົກສູງພາບພົດ, ທີ່ຕັ້ງ ແລະ ຄວາມສຳຄັນຂອງການຮ່ວມມືໃນຄະນະກຳມາທິການ ຢູ່ບັນດາເວທີປາໄສສາກົນ ແລະ ຫຼາຍຝ່າຍ; ເອົາໃຈໃສ່ເຖິງຜົນປະໂຫຍດອັນຊອບທຳຂອງທຸກໆປະເທດແມ່ນ້ຳຂອງ; ຊຸກຍູ້ການຮ່ວມມືກັບບັນດາປະເທດເຂດຍານເໜືອແມ່ນ້ຳ.

 


top