ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເຮັດວຽກກັບການນຳແຂວງ ເທື່ອທຽນເຫ້ວ

ແຂວງ ເທື່ອທຽນເຫ້ວ ມີທີ່ຕັ້ງຍຸດທະສາດສຳຄັນພິເສດກ່ຽວກັບເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງພາກກາງ ແລະ ທົ່ວປະທດ
  (ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ກ່າວຄຳເຫັນທີ່ການເຮັດວຽກ)  

ຕອນບ່າຍວັນທີ 25 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ໄດ້ເຮັດວຽກກັບການນຳແຂວງ ເທື່ອທຽນເຫ້ວ ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ ແລະ ຍົກອອກທິດທາງເພື່ອໃຫ້ແຂວງພັດທະນາຢ່າງໄວ, ຍືນຍົງ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຊີ້ແຈ້ງວ່າ, ແຂວງ ເທື່ອທຽນເຫ້ວ ມີທີ່ຕັ້ງຍຸດທະສາດສຳຄັນພິເສດກ່ຽວກັບເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງພາກກາງ ແລະ ທົ່ວປະທດ; ແມ່ນປະຕູແລວເສດຖະກິດຕາເວັນອອກ - ຕາເວັນຕົກ. ສະນັ້ນ, ທາງແຂວງຕ້ອງເສີມຂະຫຍາຍ, ຫັນຄວາມສາມາດບົມຊ້ອນຕ່າງຫາກ, ທ່າແກ່ງແຍ້ງ ກາຍເປັນແຫຼ່ງກຳລັງເພື່ອພັດທະນາຢ່າງໄວ ແລະ ຍືນຍົງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງແຂວງ ເທື່ອທຽນເຫ້ວ ຕ້ອງປະຕິບັດວຽກງານວາງແຜນຜັງ ແລະ ພັດທະນາພື້ນຖານໂຄງລ່າງໃຫ້ເປັນຢ່າງດີ, ຍູ້ແຮງການພັດທະນາພື້ນຖານໂຄງການການຫັນເປັນດີຈີຕອນ; ສຸມໃສ່ກໍ່ສ້າງແຂວງ ເທື່ອທຽນເຫ້ວ ກາຍເປັນສູນວັດທະນະທຳ, ທ່ອງທ່ຽວໃຫຍ່, ເປັນເອກະລັກສະເພາະ, ພັດທະນາທ່ອງທ່ຽວອັດສະລິຍະ, ຕິດພັນກັບສາຍທ່ອງທ່ຽວ… ພ້ອມທັງ, ສົ່ງເສີມບັນດາກຸ່ມບໍລິສັດໃຫຍ່, ມີເຄື່ອງໝາຍການຄ້າລົງທຶນເຂດລະຫຼິ້ນ, ຊື້ຂາຍ, ຫັນກຳລັງບົມຊ້ອນກາຍເປັນແຫຼ່ງກຳລັງເພື່ອພັດມະນາຢ່າງໄວ ແລະ ຍືນຍົງ.


top