ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເຮັດວຽກກັບການນຳນະຄອນໂຮ່ຈີມີນ ກ່ຽວກັບສະພາບໂລກລະບາດໂຄວິດ-19

ທ່ານນາຍົກລັດຖະມົນຕີຮຽກຮ້ອງຕ້ອງເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ໃຫ້ບຸລິມະສິດໃນການປ້ອງກັນຕ້ານໂລກລະບາດ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄປກວດກາເຂດໂຮງໝໍກາງສະໜາມປິ່ນປົວກໍລະນີຕິດໂລກລະບາດໂຄວິດ-19. (ພາບ: VGP)

ຕອນບ່າຍວັນທີ 11 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ພ້ອມກັບຄະນະປະຕິບັດງານໄດ້ມີການເຮັດວຽກກັບການນຳນະຄອນ ໂຮ່ຈີມິນ ແລະ ໄປກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ: ເລື່ອງນະຄອນ ໂຮ່ຈີມິນ (ສູນເສດຖະກິດຂອງທັງປະເທດ) ປະຕິບັດການແຍກຫ່າງສັງຄົມໃນຮອບເວລາ 2 ອາທິດນັບແຕ່ວັນທີ 09 ກໍລະກົດ ແມ່ນຖືກຕ້ອງ. ທ່ານນາຍົກລັດຖະມົນຕີ ກໍ່ຕີລາຄາສູງເລື່ອງນະຄອນ ໂຮ່ຈີມິນ ປະຕິບັດທັງ 2 ໜ້າທີ່ນັ້ນແມ່ນ: ທັງປະຕິບັດການປ້ອງກັນ, ຕ້ານໂລກລະບາດ ທັງພັດທະນາເສດຖະກິດສັງຄົມ. ທ່ານນາຍົກລັດຖະມົນຕີຮຽກຮ້ອງຕ້ອງເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ໃຫ້ບຸລິມະສິດໃນການປ້ອງກັນຕ້ານໂລກລະບາດ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ. ທາງນະຄອນຄວນປະຕິບັດການສຳຜັດກັບວັກຊິນຢ່າງສະເໝີພາບ ແລະ ໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປກວດກາເຂດໂຮງໝໍກາງສະໜາມປິ່ນປົວກໍລະນີຕິດໂລກລະບາດໂຄວິດ-19 ຢູ່ເຂດຕັ້ງຖິ່ນຖານໂຄງທີ່ຄືນໃໝ່ ທູທຽມ, ນະຄອນ ທູດຶກ.

(ແຫຼ່ງຄັດຈາກ VOV)
 

top