ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Pert Fiala

ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Pert Fiala ທີ່ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20-22 ເມສາ.
  (ທີ່ພິທີຕ້ອນຮັບ)  

ຕອນເຊົ້າວັນທີ 21 ເມສາ, ຢູ່ທຳນຽບປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ໄດ້ເປັນປະທານພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Pert Fiala ທີ່ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20-22 ເມສາ. ພິທີຕ້ອນຮັບໄດ້ດຳເນີນໄປຢ່າງສົມກຽດ ຕາມພິທີສະຫງວນໃຫ້ແກ່ຜູ້ນຳ ລັດຖະບານມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

 ການເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ Pert Fiala ແມ່ນການໄປປະຕິບັດງານເປັນຄັ້ງທຳອິດຢູ່ ອາຊີ ນັບແຕ່ເມື່ອຮັບດຳລົງຕຳແໜ່ງໃນທ້າຍປີ 2021 ແລະ ແມ່ນການມາຢ້ຽມຢາມ ຫວຽດນາມ ທຳອິດຂອງຜູ້ນຳລັດຖະບານ ສ.ເຊັກໂກ ໃນຮອບເວລາ 15 ປີຜ່ານມາ. ຫວຽດນາມ ແລະ ສ.ເຊັກໂກ ສ້າງຕັ້ງການພົວພັນທາງການທູດໃນວັນທີ 02 ກຸມພາ 1950. ນັບແຕ່ໄດ້ສ້າງຕັ້ງການພົວພັນທາງການທູດມາຮອດປະຈຸບັນ, ຍາມໃດ ສ.ເຊັກໂກ ກໍ່ປະຕິບັດນະໂຍບາຍພັດທະນາການພົວພັນຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ.

ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ພາຍຫຼັງການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ, ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Pert Fiala ຈະພົບປະເຈລະຈາກັບ ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ; ພ້ອມກັບທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ສ.ເຊັກໂກ ແລະ ເຂົ້າຮ່ວມບາງການເຄື່ອນໄຫວສຳຄັນອື່ນໆອີກ.

 


top