ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ພົບປະເຈລະຈາກັບປະທານາທິບໍດີ ສ.ເກົາຫຼີ

ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຖືການພົວພັນກັບ ສ.ເກົາຫຼີ ເປັນສຳຄັນ, ປາດຖະໜາວ່າ ຈະພ້ອມກັບ ສ.ເກົາຫຼີ ພັດທະນາການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ພົບປະເຈລະຈາກັບທ່ານປະນາທິບໍດີສ.ເກົາຫຼີ Yoon Suk Yeol (ພາບ: TTXVN)  

ຕອນຄ່ຳວັນທີ 19 ພຶດສະພາ, ຢູ່ນະຄອນ Hiroshima, ປະເທດ ຍີ່ປຸ່ນ, ທີ່ການພົບປະເຈລະຈາກັບທ່ານປະນາທິບໍດີສ.ເກົາຫຼີ Yoon Suk Yeol ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ຢືນຢັນວ່າ, ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຖືການພົວພັນກັບ ສ.ເກົາຫຼີ ເປັນສຳຄັນ, ປາດຖະໜາວ່າ ຈະພ້ອມກັບ ສ.ເກົາຫຼີ ພັດທະນາການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ, ໃນນັ້ນການຮ່ວມມືດ້ານເສດຖະກິດ - ການຄ້າແມ່ນຈຸດສຸມ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງແມ່ນພື້ນຖານ, ປະກອບສ່ວນເຂົ້າໃນສັນຕິພາບ, ຄວາມວັດທະນາຖາວອນລວມຢູ່ພາກພື້ນ ແລະ ໃນໂລກ. ສ່ວນທ່ານປະນາທິບໍດີ Yoon Suk Yeol ຢືນຢັນ ພ້ອມແລ້ວຈະຮ່ວມມືກັບ ຫວຽດນາມ ຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນໃນຫຼາຍດ້ານ, ໂດຍສະເພາະແມ່ນບັນດາຂົງເຂດເຊິ່ງສ.ເກົາຫຼີ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.

        ກ່ອນໜ້ານັ້ນ, ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ເຂົ້າຮ່ວມພິທີປະກາດເປີດສາຍການປິນໂດຍກົງທຳອິດລະຫວ່າງນະຄອນ ຮ່າໂນ້ຍ ແລະ ນະຄອນ Hiroshima ຂອງບໍລິສັດການບິນ Vietjet. ສາຍການບິນນີ້ເລີ່ມເຄື່ອນໄຫວແຕ່ວັນທີ 19 ກໍລະກົດ 2023.

 


top