ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ເກີນເທີ

ທີ່ການພົບປະ, ຜູ້ມີສິດເລືອກຕັ້ງນະຄອນ ເກີນເທີ ສະແດງຄວາມເຊື່ອໝັ້ນຕໍ່ການຊີ້ນຳ, ບໍລິຫານການພັດທະນາເສດຖະກິດ - ສັງຄົມຂອງພັກ, ສະພາແຫ່ງຊາດ, ລັດຖະບານ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ເຮັດວຽກກັບການນຳນະຄອນ ເກີນເທີ

ຕອນເຊົ້າວັນທີ 14 ພຶດສະພາ, ຢູ່ນະຄອນ ເກີນເທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ເກີນເທີ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງວິສາຫະກິດ ແລະ ກຳລັງກຳມະກອນຜູ້ອອກແຮງງານໃນບໍລິເວັນແຂວງ ກ່ອນຈັດກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.

ທີ່ການພົບປະ, ຜູ້ມີສິດເລືອກຕັ້ງນະຄອນ ເກີນເທີ ສະແດງຄວາມເຊື່ອໝັ້ນຕໍ່ການຊີ້ນຳ, ບໍລິຫານການພັດທະນາເສດຖະກິດ - ສັງຄົມຂອງພັກ, ສະພາແຫ່ງຊາດ, ລັດຖະບານ; ຜູ້ມີສິດເລືອກຕັ້ງໄດ້ຕີລາຄາສູງທ່ານນາຍົກລັດຖະມົນຕີ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ເກີນເທີ ທີ່ໄດ້ແກ້ໄຂຫຼາຍຂໍ້ສະເໜີແນະຕາມສິດອຳນາດ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ລັດະບານຈະສືບຕໍ່ຢືດໝັ້ນຕໍ່ເປົ້າໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່; ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ຊຸກຍູ້ການເຊື່ອມໂຍງ; ຍູ້ແຮງການຜະລິດ, ດຳເນີນທຸລະກິດ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ; ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ… ພ້ອມທັງ, ຍູ້ແຮງວຽກງານວາງແຜນຜັງ, ລວມທັງການວາງແຜນຜັງແຂວງ, ຂະແໜງການ; ເພີ່ມທະວີການຮ່ວມມືກັບສາກົນ, ໃນນັ້ນ ມີການທູດເສດຖະກິດ; ຍູ້ແຮງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້.

ຕອນບ່າຍວັນທີ 14 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ເຮັດວຽກກັບການນຳນະຄອນ ເກີນເທີ.

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຊີ້ແຈ້ງວ່າ, ໃນໄລຍະຈະມາເຖິງ, ນະຄອນ ເກິນເທີ ສືບຕໍ່ເປັນເຈົ້າການໃນການແກ້ໄຂບັນດາໜ້າທີ່; ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃຫ້ແກ່ປະຊາຊົນ, ວິສາຫະກິດ ເພື່ອຊຸກຍູ້ການຜະລິດ, ສ້າງວຽກເຮັດງານທຳ, ການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ; ສຸມໃສ່ແກ້ໄຂທຶນສາທາລະນະ, ຍູ້ແຮງປະສິດທິຜົນໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມຢ່າງມີໄຫວພິບ, ບັນລຸປະສິດທິຜົນ. ພ້ອມທັງ, ນະຄອນຕ້ອງເພີ່ມທະວີການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ.


top