ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຕ້ອນຮັບຄະນະການນຳກະຊວງກະສິກຳປະເທດຕ່າງໆ

ຈາກປະເທດທີ່ມີພື້ນຖານກະສິກຳດ້ອຍພັດທະນາ, ຕ້ອງນຳເຂົ້າທັນຍາຫານ, ປະຈຸບັນ ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາປະເທດສົ່ງອອກ ກະສິກຳ - ເຄືອງປ່າຂອງດົງ - ສິນໃນນ້ຳແຖວໜ້າໂລກ ດ້ວຍຍອດວົງເງິນສົ່ງອອກປີ 2022 ບັນລຸກວ່າ 53 ຕື້ USD
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຕ້ອນຮັບຄະນະການນຳກະຊວງກະສິກຳບັນດາປະເທດ (ພາບ: TTXVN)  

ຕອນບ່າຍວັນທີ 24 ເມສາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ໄດ້ຕ້ອນຮັບຄະນະການນຳກະຊວງກະສິກຳບັນດາປະເທດເຂົ້າຮ່ວມກອງປະຊຸມທົ່ວໂລກຄັ້ງທີ 4 ລະບົບທັນຍະຫານ, ອາຫານແບບຍືນຍົງ (SFS) ເຊິ່ງຈັດຂຶ້ນແຕ່ວັນທີ 24 – 27 ເມສາ, ຢູ່ ຮ່າໂນ້ຍ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໃຫ້ຮູ້ວ່າ, ຈາກປະເທດທີ່ມີພື້ນຖານກະສິກຳດ້ອຍພັດທະນາ, ຕ້ອງນຳເຂົ້າທັນຍາຫານ, ປະຈຸບັນ ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາປະເທດສົ່ງອອກ ກະສິກຳ - ເຄືອງປ່າຂອງດົງ - ສິນໃນນ້ຳແຖວໜ້າໂລກ ດ້ວຍຍອດວົງເງິນສົ່ງອອກປີ 2022 ບັນລຸກວ່າ 53 ຕື້ USD, ໂດຍເຂົ້າເຖິງ 196 ປະເທດ ແລະ ເຂດແຄ້ວນໃນໂລກ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາປະເທດພວມພັດທະນາ ເພີ່ມທະວີປະສິດທິຜົນການຮ່ວມມື ໃຕ້ - ໃຕ້, ໃນນັ້ນ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ ແລະ ການຮ່ວມມືກັບບັນດາປະເທດໃນການພັດທະນາກະສິກຳ, ຊົນນະບົດ, ການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ຄ້ຳປະກັນສະບຽງອາຫານ ຜ່ານບັນດາໂຄງການຮ່ວມມື ໃຕ້ - ໃຕ້. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ສ້າງລະບົບສະໜອງທົ່ວໂລກໃຫ້ມີສະຖຽນລະພາບ ບົນຫຼັກການເຄົາລົບ, ແບ່ງປັນເຊິ່ງກັນແລະກັນ, ເພີ່ມທະວີບົດບາດ ແລະ ໜູນຊ່ວຍໃຫ້ບັນດາປະເທດພັດທະນາໃນການພັດທະນາກະສິກຳ.

ສ່ວນການນຳກະຊວງກະສິກຳບັນດາປະເທດໄດ້ຕີລາຄາສູງຄຳໝັ້ນສັນຍາ, ເປົ້າໝາຍຂອງ ຫວຽດນາມ ໃນການຫັນປ່ຽນລະບົບທັນຍາຫານ, ອາຫານປອດໃສ, ຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ກວມລວມ. ການນຳກະຊວງກະສິກຳບັນດາປະເທດໄດ້ເຫັນດີຕໍ່ບັນດາຂໍ້ສະເໜີຮ່ວມມືຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ.


top