ທ່ານນາຍົກລັດຖະມົນຕີຊີ້ນຳວ່າ ພາຍຫຼັງເສັ້ນທາງນີ້ນຳເຂົ້າໃຊ້ການ, 2 ແຂວງ ກວາງ້າຍ ແລະ ຢາລາຍ ຕ້ອງວາງແຜນຜັງເຂດພັດທະນາໃໝ່ລຽບຕາມເສັ້ນທາງບົກຄວາມໄວສູງ
ໃນລາຍການໄປປະຕິບັດງານທາງພາກກາງ, ວັນທີ 01 ມີນາ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໄປກວດກາບັນດາໂຄງການຄົມມະນາຄົມຈຸດສຸມຢູ່ເຂດພາກກາງ, ລວມມີ: ບັນດາເສັ້ນທາງຄວາມໄວສູງ ກວາງງ້າຍ - ຮວ່າຍເຍິນ, ຮວ່າຍເຍິນ - ກຸຍເຍິນ ແລະ ໂຄງການລານບິນເລກ 2 ແລະ ບັນດາກິດຈະກຳຄົບຊຸດທີ່ຂຶ້ນກັບທ່າອາກາດສະຍານ ຝູກາດ, ແຂວງ ຢາລາຍ.
ທີ່ເສັ້ນທາງບົກຄວາມໄວສູງ ກວາງງ້າຍ - ຮວ່າຍເຍິນ, ທ່ານນາຍົກລັດຖະມົນຕີຊີ້ນຳວ່າ ພາຍຫຼັງເສັ້ນທາງນີ້ນຳເຂົ້າໃຊ້ການ, 2 ແຂວງ ກວາງ້າຍ ແລະ ຢາລາຍ ຕ້ອງວາງແຜນຜັງເຂດພັດທະນາໃໝ່ລຽບຕາມເສັ້ນທາງບົກຄວາມໄວສູງ, ສ້າງໂຄງປະກອບຕົ້ນໄມ້, ສັດລ້ຽງ, ການຜະລິດ, ດຳເນີນທຸລະກິດ, ບັນດາເຂດອຸດສາຫະກຳ, ເຂດເສດຖະກິດໃໝ່ ເພື່ອໝູນໃຊ້ຜົນປະໂຫຍດໂດຍໂຄງການນຳມາໃຫ້ໄດ້ສູງທີ່ສຸດ.
ທີ່ກິດຈະກຳກໍ່ສ້າງໂຄງການລານບິນເລກ 2 ແລະ ບັນດາກິດຈະກຳຄົບຊຸດຂຶ້ນກັບທ່າອາກາດສະຍານ ຝູກາດ, ແຂວງ ຢາລາຍ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາເຈົ້າຂອງທີ່ກ່ຽວຂ້ອງ ພະຍາຍາມຫຼຸດເວລາກໍ່ສ້າງໃຫ້ສຳເລັດໄວກວ່າ 3 ເດືອນ, ຮັບປະກັນໃຫ້ຕົ້ນໄຕມາດທີ 3 ປີ 2026 ໄດ້ນຳກິດຈະກຳເຂົ້າເຄື່ອນໄຫວ, ປ່ຽນແທນໃຫ້ເດືອນ ກັນຍາ 2026 ຄືຕາມແຜນການ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ໄປກວດກາເສັ້ນທາງບົກຄວາມໄວສູງ ກວາງງ້າຍ - ຮວ່າຍເຍິນ)
າຍເຍິນ, ທ່ານນາຍົກລັດຖະມົນຕີຊີ້ນຳວ່າ ພາຍຫຼັງເສັ້ນທາງນີ້ນຳເຂົ້າໃຊ້ການ, 2 ແຂວງ ກວາງ້າຍ ແລະ ຢາລາຍ ຕ້ອງວາງແຜນຜັງເຂດພັດທະນາໃໝ່ລຽບຕາມເສັ້ນທາງບົກຄວາມໄວສູງ, ສ້າງໂຄງປະກອບຕົ້ນໄມ້, ສັດລ້ຽງ, ການຜະລິດ, ດຳເນີນທຸລະກິດ, ບັນດາເຂດອຸດສາຫະກຳ, ເຂດເສດຖະກິດໃໝ່ ເພື່ອໝູນໃຊ້ຜົນປະໂຫຍດໂດຍໂຄງການນຳມາໃຫ້ໄດ້ສູງທີ່ສຸດ.
ທີ່ກິດຈະກຳກໍ່ສ້າງໂຄງການລານບິນເລກ 2 ແລະ ບັນດາກິດຈະກຳຄົບຊຸດຂຶ້ນກັບທ່າອາກາດສະຍານ ຝູກາດ, ແຂວງ ຢາລາຍ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາເຈົ້າຂອງທີ່ກ່ຽວຂ້ອງ ພະຍາຍາມຫຼຸດເວລາກໍ່ສ້າງໃຫ້ສຳເລັດໄວກວ່າ 3 ເດືອນ, ຮັບປະກັນໃຫ້ຕົ້ນໄຕມາດທີ 3 ປີ 2026 ໄດ້ນຳກິດຈະກຳເຂົ້າເຄື່ອນໄຫວ, ປ່ຽນແທນໃຫ້ເດືອນ ກັນຍາ 2026 ຄືຕາມແຜນການ.
ເສັ້ນທາງບົກຄວາມໄວສູງ ກວາງງ້າຍ - ຮວ່າຍເຊີນ ມີຄວາມຍາວ 88 ກມ, ໄປຜ່ານບໍລິເວນແຂວງ ກວາງງ້າຍ ແລະ ຢາລາຍ. ໂຄງການເລີ່ມລົງມືກໍ່ສ້າງແຕ່ຕົ້ນປີ 2023, ມາຮອດປະຈຸບັນໄດ້ກໍ່ສ້າງສຳເລັດ 88 ກມ ຫຼັກແລ້ວ.
ໂຄງການລົງທຶນກໍ່ສ້າງລານບິນເລກ 2 ແລະ ບັນດາກິດຈະກຳຄົບຊຸດຢູ່ເຂດບິນທ່າອາກາດສະຍານ ຝູກກາດ, ແຂວງ ຢາລາຍ, ຄາດວ່າຈະດຳເນີນບັນດາຖ້ຽວບິນພື້ນຖານໃນເດືອນ ກໍລະກົດ 2026.