ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກໍ່ເນັ້ນໜັກວ່າ, 2 ຝ່າຍຕ້ອງປະຕິບັດບັນດາຂອດບຸກທະລຸອື່ນ, ຄື: ເຊື່ອມຕໍ່ 2 ພື້ນຖານເສດຖະກິດຢ່າງແໜ້ນແຟ້ນ, ແທດຈິງ ແລະ ມີປະສິດທິຜົນກວ່າ.
ທີ່ການໂອ້ລົມສົນທະນາ (ພາບ: VGP)
ຕອນເຊົ້າວັນທີ 28 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໂອ້ລົມສົນທະນາກັບບັນດາວິສາຫະກິດ ອັງກິດ ທີ່ພວມລົງທຶນຢູ່ ຫວຽດນາມ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕີລາຄາວ່າ ລາຊະອານາຈັກ ອັງກິດ ມີຫຼາຍທ່າແຮງດ້ານເຕັກໂນໂລຊີ, ການບໍລິການ, ການເງິນ, ທ່ານຮຽກຮ້ອງໃຫ້ລັດຖະບານ ອັງກິດ ແລະ ບັນດາວິສາຫະກິດ ອັງກິດ ປະຕິບັດບາດກ້າວບຸກທະລຸເພື່ອນຳການຮ່ວມມື 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່, ໂດຍສະເພາະແມ່ນໃນສະພາບ ຫວຽດນາມ ພວມຫັນປ່ຽນຮູບແບບການເຕີບໂຕຢ່າງແຮງ, ໃນນັ້ນມີເລື່ອງສ້າງສູນການເງິນສາກົນ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ:
“ສ້າງບາດກ້າວບຸກທະລຸດ້ານການເງິນ, ທະນາຄານ, ຕາມນັ້ນແລ້ວ ອັງກິດ ໜູນຊ່ວຍ ຫວຽດນາມ ໃນບັນດາການບໍລິການການເງິນ, ຊ່ວຍສ້າງສູນການເງິນສາກົນຢູ່ນະຄອນ ໂຮ່ຈີມິນ, ດ່ານັ້ງ. ສ້າງບາດກ້າວບຸກທະລຸໃນການເຊືື່ອມຕໍ່ວິສາຫະກິດ ຫວຽດນາມ ກັບລະບົບມູນຄ່າທົ່ວໂລກ, ສ້າງບັນດາທ່າແຮງນຳໜ້າດ້ານວິທະຍາສາດຂອງ ຫວຽດນາມ”.
ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກໍ່ເນັ້ນໜັກວ່າ, 2 ຝ່າຍຕ້ອງປະຕິບັດບັນດາຂອດບຸກທະລຸອື່ນ, ຄື: ເຊື່ອມຕໍ່ 2 ພື້ນຖານເສດຖະກິດຢ່າງແໜ້ນແຟ້ນ, ແທດຈິງ ແລະ ມີປະສິດທິຜົນກວ່າ; ປະຕິບັດການປະຕິວັດອຸດສາຫະກຳຄັ້ງທີ 4 ກ່ຽວກັບວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ; ຫັນເປັນສີຂຽວ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ປະຕິບັດ Net Zero…