ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກທາງໄກກັບການນຳຫຼັກແຫຼ່ງແຂວງ ຕວຽນກວາງ

      ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີຕ້ອງມານະພະຍາຍາມສູ້ຊົນສ້າງແຂວງ ຕວຽນກວາງ ໃຫ້ກາຍເປັນແຂວງພັດທະນານຳໜ້າຢູ່ເຂດທົ່ງພຽງ ແລະ ເຂດພູດອຍທາງພາກເໜືອ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ
(ພາບ: TTXVN)
      ຕອນເຊົ້າວັນທີ 25 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຮັດວຽກທາງໄກກັບການນຳຫຼັກແຫຼ່ງແຂວງ ຕວຽນກວາງ ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ ແລະ ວຽກງານກໍ່ສ້າງພັກປີ 2021; ທິດທາງ, ໜ້າທີ່ປີ 2022; ແກ້ໄຂຂໍ້ສະເໜີແນະຂອງແຂວງກັບລັດຖະບານ, ບັນດາກະຊວງ, ຂະແໜງການສູນກາງ.
        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີຕ້ອງມານະພະຍາຍາມສູ້ຊົນສ້າງແຂວງ ຕວຽນກວາງ ໃຫ້ກາຍເປັນແຂວງພັດທະນານຳໜ້າຢູ່ເຂດທົ່ງພຽງ ແລະ ເຂດພູດອຍທາງພາກເໜືອ ຫວຽດນາມ, ສຸມໃສ່ຂຸດຄົ້ນ, ນຳໃຊ້ບັນດາແຫຼ່ງກຳລັງ, ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງຢ່າງມີປະສິດທິຜົນ; ພັດທະນາບັນດາຮູບແບບການທ່ອງທ່ຽວ ໃຫ້ກາຍເປັນພື້ນຖານເສດຖະກິດສຳຄັນຂອງແຂວງ… ພ້ອມທັງລະດົມບັນດາແຫຼ່ງກຳລັງ, ພິເສດແມ່ນແຫຼ່ງກຳລັງທາງດ້ານມະນຸດ, ເສີມຂະຫຍາຍຈິດໃຈສາມັກຄີ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງແຮງ.
        ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ແຂວງ ຕວຽນກວາງ ຈົ່ງເພີ່ມທະວີການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ; ຍົກສູງຄຸນນະພາບຖັນແຖວພະນັກງານ, ແຫຼ່ງຊັບພະຍາກອນມະນຸດເພື່ອຕອບສະໜອງຄວາມຕ້ອງການພັດທະນາ.
(ແຫຼ່ງຄັດຈາກ VOV)

top