ທ່ານນາຍົກລັດຖະມົນຕີສະເໜີໃຫ້ນະຄອນ ເກິນເທີ ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ເປັນເຂດຕົວເມືອງສີຂຽວ, ສະອາດ, ສວຍງາມ, ມີພື້ນຖານໂຄງລ່າງຄົມມະນາຄົມ, ໄຟຟ້າ, ນ້ຳປະປາ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ (ພາບ: VGP)
ຕອນເຊົ້າວັນທີ 30 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໄປຢ້ຽມຢາມເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ເມືອງ ກາຍຣັງ, ນະຄອນ ເກິນເທີ. ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຮັບໃຊ້ການຍົກຍ້າຍປະຊາຊົນ, ບັນດາຄອບຄົວຖືກຜົນສະທ້ອນຍ້ອນການກໍ່ສ້າງເສັ້ນທາງຄວາມໄວສູງ ເກິນເທີ - ກ່າເມົາ, ຂຶ້ນກັບໂຄງການເສັ້ນທາງຄວາມໄວສູງ ເໜືອ - ໃຕ້ ທາງທິດຕາເວັນອອກ, ປະຈຳບັນໄດ້ກໍ່ສ້າງສຳເລັດໂດຍພື້ນການຮັບປະຊາຊົນມາພັກອາໄສ.
ນະທີ່ນີ້, ທ່ານນາຍົກລັດຖະມົນຕີສະເໜີໃຫ້ນະຄອນ ເກິນເທີ ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ເປັນເຂດຕົວເມືອງສີຂຽວ, ສະອາດ, ສວຍງາມ, ມີພື້ນຖານໂຄງລ່າງຄົມມະນາຄົມ, ໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ, ກິລາ... ຢ່າງຄົບຊຸດ. ພ້ອມທັງ, ເອົາໃຈໃສ່ວຽກງານງານທຳ, ການຫາເງິນລ້ຽງຊີບຂອງປະຊາຊົນ, ຮັບປະກັນການດຳລົງຊີວິດຂອງປະຊາຊົນຢູ່ເຂດໃໝ່ຕ້ອງດີກວ່າ, ຢ່າງໜ້ອຍສຸດກໍ່ທຽບເທົ່າກັບບ່ອນເກົ່າ.