ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ມັງກອນ ລັດຖະບານ

ເດືອນ ມັງກອນ ມີເຫດການການເມືອງ, ເສດຖະກິດ - ສັງຄົມ, ການຕ່າງປະເທດສຳຄັນຫຼາຍຢ່າງ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: TTXVN)

ວັນທີ 28 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມປະຈຳເດືອນ ມັງກອນ ຂອງລັດຖະບານ ເພື່ອຕີລາຄາສະພາບການພັດທະນາເສດຖະກິດ-ສັງຄົມ ເດືອນ ມັງກອນ ປີ 2022 ແລະ ໜ້າທີ່, ມາດຕະການແກ້ໄຂໃນເດືອນ ກຸມພາ 2022 ແລະ ໃນຊຸມເດືອນຕໍ່ໆໄປ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ເດືອນ ມັງກອນ ມີເຫດການການເມືອງ, ເສດຖະກິດ - ສັງຄົມ, ການຕ່າງປະເທດສຳຄັນຫຼາຍຢ່າງ. ລັດຖະບານ, ນາຍົກລັດຖະມົນຕີໄດ້ປະກາດໃຊ້ມະຕິ ໃນນັ້ນກຳນົດຫົວຂໍ້ຂອງປີ 2022 ແມ່ນ “ສາມັກຄີປະຕິບັດລະບຽບວິໄນ, ເປັນເຈົ້າການຮັບມືຢ່າງມີໄຫວພິບ, ປອດໄພ ມີປະສິດຜົນ, ຟື້ນຟູ ພັດທະນາ”, ດ້ວຍບັນດາທັດສະນະ, ຈຸດສຸມ ແລະ ໜ້າທີ່, ມາດຕະການແກ້ໄຂຕົ້ນຕໍ.

        “ພວກເຮົາສຸມໃສ່ປຶກສາຫາລືເລື່ອງໃຫ້ບຸລິມະສິດໃນການປ້ອງກັນ, ຕ້ານໂລກລະບາດ, ຮັບປະກັນໃຫ້ແກ່ປະຊາຊົນໄດ້ຕ້ອນຮັບບຸນເຕັດດ້ວຍຄວາມປອດໄພ, ປອດໃສ, ເບີກບານມ່ວນຊື່ນ, ປະຢັດ; ປະຕິບັດວຽກງານຮັບປະກັນຊີວິດສັງຄົມໃຫ້ເປັນຢ່າງດີ, “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ", ທຸກຄົນ, ທຸກຄອບຄົວລ້ວນແຕ່ໄດ້ຕ້ອນຮັບບຸນເຕັດ. ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ເພື່ອໃຫ້ປະຊາຊົນຕ້ອນຮັບບຸນເຕັດຢ່າງປອດໃສ, ປອດໄພ".

        ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກວດກາ ແລະ ແກ້ໄຂບັນດາຂໍ້ຄົງຄ້າງໃນການຜະລິດ, ດຳເນີນທຸລະກິດຢ່າງທັນການ; ຄົ້ນຄວ້າ, ສະເໜີແຜນການເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນໃຫ້ເໝາະສົມກັບສະພາບການໂລກລະບາດ; ປະກາດຂໍ້ກຳນົດມາດຕະຖານກ່ຽວກັບການເປີດປະຕູໂຮງຮຽນໂດຍໄວ...

(ແຫຼ່ງຄັດຈາກ VOV)


top