ເຫດການຈັດຂຶ້ນໃນສະພາບມີຄວາມແຕກຕ່າງກັບຊຸມປີກ່ອນ: ການໂຮມບໍລິເວນແຂວງໃນທົ່ວປະເທດ, ການປະຕິບັດອຳນາດການປົກຄອງ 2 ຂັ້ນ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ວັນບຸນ)
ສະເຫຼີມສະຫຼອງ 95 ປີແຫ່ງວັນມູນເຊື້ອແນວໂຮມຊົນເຜົ່າເອກະພາບ ຫວຽດນາມ, ປະຈຸບັນແມ່ນ ແນວໂຮມປະເທດຊາດ ຫວຽດນາມ (18 ພະຈິກ 1930 – 18 ພະຈິກ 2025), ຕອນເຊົ້າວັນທີ 13 ພະຈິກ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຍດນາມ ໄດ້ເຂົ້າຮ່ວມ ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດກັບປະຊາຊົນເຂດຊຸມຊົນ ທັງກຽນ, ຕາແສງ ເດກີ, ແຂວງ ຢາລາຍ.
ທີ່ວັນບຸນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ເຫດການຈັດຂຶ້ນໃນສະພາບມີຄວາມແຕກຕ່າງກັບຊຸມປີກ່ອນ: ການໂຮມບໍລິເວນແຂວງໃນທົ່ວປະເທດ, ການປະຕິບັດອຳນາດການປົກຄອງ 2 ຂັ້ນ; ພາຍຸ Kalmaegi (ພາຍຸລຸກທີ 13) ຜ່ານມາ ກໍໃຫ້ເກີດຜົນສະທ້ອນທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ. ສະນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຍົກສູງນ້ຳໃຈສາມັກຄີ, ນ້ຳໃຈພໍ່ແມ່ປະຊາຊົນພ້ອມກັນຊ່ວຍເຫຼືອເຊິ່ງກັນແລະ ກັນເພື່ອຜ່ານຜ່າຄວາມຫຍຸ້ງຍາກຂອງປະຊາຊົນໃນທົ່ວປະເທດ. ທ່ານນາຍົກລັດຖະມົນຕີກໍ່ຢືນຢັນວ່າ, ເລື່ອງລັດຖະບານ, ທ້ອງຖິ່ນ ແລະ ປະຊາຊົນຮ່ວມແຮງຮ່ວມໃຈ ຈະສ້າງກຳລັງແຮງຜ່ານຜ່າສິ່ງທ້າທາຍນາໆປະການ, ໃນຕໍ່ໜ້າແມ່ນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Kalmaegi. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:
“ກ່ອນອືນໝົດແມ່ນຕ້ອງກໍ່ສ້າງເຮືອນຢູ່ໃຫ້ແກ່ບັນດາຄອບຄົວມີເຮືອນຖືກພັງທະລາຍ, ສ້ອມແປງເຮືອນຖືກເພເປ; ຟື້ນຟູບັນດາພື້ນຖານໂຄງລ່າງຄົມມະນາຄົມ, ສາທາລະນະສຸກ, ການສຶກສາ; ຮັບປະກັນການຟື້ນຟູໄຟຟ້າ, ໂທລະຄົມມະນາຄົມໃຫ້ລຸລ່ວງ; ເຮັດອະນາໄມທຳຄວາມສະອາດສິ່ງແວດລ້ອມ”.